ທ່ານລັດຖະມົນຕີການຕ່າງປະເທດອີຣານ Mohammad Java Zarif

(ພາບ: AFP/ TTXVN)

ວັນທີ 24 ທັນວາ, ທ່ານລັດຖະມົນຕີການຕ່າງປະເທດອີຣານ Mohammad Java Zarif ໄດ້ປະຕິເສດຄຳກ່າວຫາຂອງອາເມລິກາ ໂດຍຖືວ່າ, ເຕເຮຣານ ໄດ້ປະຕິບັດການຍິງລູກຈະຫຼວດທີ່ແນໃສ່ສະຖານທູດ ອາເມລິກາ ປະຈຳນະຄອນຫຼວງ ແບກແດດ, ປະເທດອີຣັກ ເມື່ອທ້າຍອາທິດຜ່ານມາ.

ໃນສື່ສັງຄົມ Twitter, ທ່ານ Javad Zarif ຖືວ່າ, ເລື່ອງພົນລະເມືອງ ອາເມລິກາ ຢູ່ໃນສະພາບຖືກຄວາມສ່ຽງຢູ່ຕ່າງປະເທດ ຈະບໍ່ສາມາດເຮັດໃຫ້ຄວາມສົນໃຈກ່ຽວກັບບັນດາການປະລາໄຊຢູ່ອາເມລິກາ ຫຼົງທິດໄດ້.