ເຫດກໍ່ການຮ້າຍຢູ່ນະຄອນ Mumbai (ພາບ: abc.net.au/TTXVN) |
ການກະທຳດັ່ງກ່າວໄດ້ດຳເນີນພາຍຫຼັງ ວົງການເຈົ້າໜ້າທີ່ອາເມລິກາ ໃນອາທິດກ່ອນ ເວົ້າວ່າ ເປົ້າໝາຍກໍ່ການຮ້າຍດັ່ງກ່າວພວມດຳລົງຊີວິດຢ່າງອິດສະຫຼະຢູ່ປາກິດສະຖານ.
ທັງອິນເດຍ ແລະ ອາເມລິກາລ້ວນແຕ່ກ່າວຫາເປົ້າໝາຍ Sajid Mir ໂດຍຂຶ້ນກັບ ກຸ່ມ Lashkar – e –Taiba ພວມຕັ້ງກຳລັງຢູ່ ປາກິດສະຖານ ຢືນຢູ່ເບື້ອງງຫຼັງບັນດາເຫດການບຸກໂຈມຕີທີ່ແກ່ຍາວເປັນເວລາ 3 ວັນເພື່ອແນໃສ່ບັນດາສະຖານທີ່ຄື: ໂຮງແຮມ, ສະຖານີລົດໄຟ…ເຮັດໃຫ້ມີ 166 ຄົນ ເສຍຊີວິດໃນນັ້ນ ມີ ຊາວອາເມລິກາ 6 ຄົນ








