ທ່ານນາຍົກລັດຖະມົນຕີ ອິນເດຍ ນາແຣນຣາ ໂມນີ

ທ່ານນາຍົກລັດຖະມົນຕີ ນາແຣນຣາ ໂມນີ ໄດ້ຢືນຢັນວ່າອິນເດຍແລະອາເມລິກາໝັ້ນໝາຍຊຸກການພົວພັນຮ່ວມມືຍຸດທະສາດລະຫວ່າງສອງຝ່າຍເຊິ່ງເຄີຍແມ່ນກຳລັງໜູນເພື່ອຜົນປະໂຫຍດໃນທົ່ວໂລກ. ທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ ລອຍໂອດສະຕິນ ໄດ້ທຳການຢ້ຽມຢາມອິນເດຍເປັນເວລາ 3 ວັນນັບແຕ່ວັນທີ 19 ມີນາແລະທ່ານ ແມ່ນລັດຖະມົນຕີຄົນທຳອິດໃນອຳນາດການປົກຄອງຂອງປະທານາທິບໍດີຂອງອາເມລິກາໂຈໄບເດນໄປຢ້ຽມຢາມອິນເດຍ.