ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມເປັນປະທານກອງປະຊຸມທາງອອນລາຍ (ພາບ: VGP)

ຄົນເຈັບຈະ ອອກໂຮງໝໍໄດ້ ກໍ່ຕໍ່ເມື່ອ ຜູ້ກ່ຽວມີ ອາການດີຂຶ້ນ ແລະ ຕ້ອງມີຜົນ ກວດຫາເຊື້ອໄວຣັດ SARS – CoV – 2 ເປັນຜົນລົບທັງສອງຄັ້ງ.

ພາຍຫຼັງອອກຈາກໂຮງໝໍແລ້ວ, ຄົນເຈັບຍັງຄົງສືບຕໍ່ໄດ້ແຍກຕົວຢູ່ເຮືອນໃນໄລຍະເວລາ 14 ວັນຕື່ມອີກ. ວິທີການປິ່ນປົວໃຫ້ແກ່ຄົນເຈັບນີ້ ທາງກະຊວງສາທາລະນະສຸກ ຈະໄດ້ຝຶກອົບຮົມເຜີຍແຜ່ໃຫ້ແກ່ໂຮງໝໍຂັ້ນຕ່າງໆໃນທົ່ວປະເທດ.