ໃນແຈ້ງການຂອງຫ້ອງວ່າການ ຜູ້ສຳເລັດລາດຊະການແຫ່ງການາດາ ຕໍ່ໜ້າການຢ້ຽມຢາມທາງລັດຖະກິດ ການາດາຂອງ ທ່ານ ໂຕເລິມເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ, ທ່ານ Louise Arbour ຜູ້ສຳເລັດລາດຊະການແຫ່ງການາດາ ໃຫ້ຮູ້ວ່າໃນຂອບເຂດການຢ້ຽມຢາມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະມີບັນດາການເຄື່ອນໄຫວຢູ່ນະຄອນຫຼວງ Ottawa ເພື່ອແນໃສ່ສືບຕໍ່ເພີ່ມທະວີການພົວພັນລະຫວ່າງສອງປະເທດ. ແຈ້ງການ ໄດ້ຢັ້ງຢືນ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງການາດາໃນພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ. ການາດາໄດ້ຕີລາຄາສູງ ການພົວພັນລະຫວ່າງສອງປະເທດບົນພື້ນຖານການຮ່ວມມືກວ້າງຂວາງ ແລະ ຍາວນານ, ການພົວພັນແລກປ່ຽນປະຊາຊົນຢ່າງເລິກເຊິ່ງກວ້າງຂວາງ, ການຮ່ວມມືດ້ານເສດຖະກິດ ແລະ ການຄ້ານັບມື້ນັບພັດທະນາ; ກໍ່ຄືການປະສານສົມທົບໃນບັນດາຂົງເຂດຄວາມໝັ້ນຄົງດ້ານພະລັງງານ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.







