(ພາບ: The Nation)
ຢູ່ ໄທ, ຝົນຕົກໜັກໃນຊຸມມື້ຜ່ານມາໄດ້ເຮັດໃຫ້ເກີດສະພາບດິນເຊາະເຈື່ອນ 4 ຄັ້ງ, ເກີດສະພາບນ້ຳໄຫຼຊຸ 2 ຄັ້ງ. ມີປະມານ 300 ຄອບຄົວຢູ່ແຂວງ ເພັດຊະບູນ ຕ້ອງຍົກຍ້າຍໄປຍັງເຂດປອດໄພ. ຢູ່ແຂວງ ສຸຣາດທານີ, ແມ່ຮ່ອງສອນ ແລະ ຊຽງໃໝ່, ບັນດາເຫດດິນເຊາະເຈື່ອນໄດ້ຕັດຂາດເສັ້ນທາງຈຳນວນໜຶ່ງ, ເຮັດໃຫ້ການສັນຈອນໄປມາຖືກຂາດຕອນ.
ສ່ວນຢູ່ ມາເລເຊຍ, ຝົນຕົກໜັກໄດ້ເຮັດໃຫ້ເກີດສະພາບນໍ້າຖ້ວມຢູ່ລັດ Kelantan, ເຮັດໃຫ້ເຈົ້າໜ້າທີ່ຕ້ອງເປີດສູນອົບພະຍົບຊົ່ວຄາວ 5 ແຫ່ງຢູ່ທ້ອງຖິ່ນ. ໄລ່ຮອດວັນທີ 20 ກັນຍາ, ກຳລັງປົກປ້ອງພົນລະເຮືອນ ມາເລເຊຍ ໄດ້ໜູນຊ່ວຍນຳປະຊາຊົນກວ່າ 220 ຄົນໄປອົບພະຍົບ.
ຄາດວ່າ, ສະພາບຝົນຕົກໜັກຈະສືບຕໍ່ເກີດຂຶ້ນຢູ່ບັນດາທ້ອງຖິ່ນ ດ້ວຍການເຕືອນໄພກ່ຽວກັບສະພາບນ້ຳໄຫຼຊຸ ແລະ ດິນເຊາະເຈື່ອນ.






