(ພາບ: nhandan.vn)
ວັນທີ 21 ກັນຍາ, ສ້າງຂີດໝາຍສຳຄັນທີ່ເປັນໜ້າຈົດຈຳສຳລັບຕະຫຼາດຫຼັກຊັບ ຫວຽດນາມ. ນັບແຕ່ມື້ນີ້ເປັນຕົ້ນໄປ, FTSE Russell ຈະປ່ຽນກຸ່ມຫຼັກຊັບ ຫວຽດນາມ ຈາກກຸ່ມຕະຫຼາດຊາຍຂອບຂຶ້ນເປັນຕະຫຼາດທີ່ຫາກໍ່ພົ້ນເດັ່ນຂຶ້ນຂັ້ນສອງ, ແຫຼ່ງທຶນສາກົນໃໝ່ຈະລົງທຶນເຂົ້າບັນດາຫຸ້ນຂອງ ຫວຽດນາມ ຢ່າງເປັນທາງການ ຕາມແຜນຍົກລະດັບຂຶ້ນເປັນຕະຫຼາດທີ່ຫາກໍ່ພົ້ນເດັ່ນຂຶ້ນ.
ການຍົກລະດັບຕະຫຼາດຫຼັກຊັບແມ່ນເປີດກວ້າງຄວາມສາມາດເຂົ້າເຖິງແຫຼ່ງເງິນລົງທຶນທົ່ວໂລກ. ໃນໄລຍະທຳອິດ, ເລີ່ມຕົ້ນວັນທີ 21 ກັນຍາ, ຄາດວ່າຈະມີຈຳນວນເງິນປະມານ 240 ລ້ານ USD ໄຫຼເຂົ້າ 27 ຫຸ້ນ ຫວຽດນາມ. ໃນນັ້ນ, Vanguard, ໜ່ວຍງານຄຸ້ມຄອງຊັບສິນທີ່ໃຫຍ່ອັນດັບສອງຂອງໂລກ ໃຫ້ຮູ້ວ່າ ຈະລົງທຶນຈຳນວນເງິນປະມານ 2,5 ຕື້ USD ເຂົ້າ ຫວຽດນາມ ຜ່ານກອງທຶນ FTSE. ທ່ານນາງ Wanming Du, ຜູ້ອຳນວຍການນະໂຍບາຍດັດຊະນີ ພາກພື້ນ ອາຊີ - ປາຊີຟິກ ຂອງ FTSE Russell, ໃຫ້ຮູ້ວ່າ:
FTSE Russell ມີໝວດດັດຊະນີຫຼັກຊັບທົ່ວໂລກ, ດ້ວຍຊັບສິນປະມານ 2,8 ພັນຕື້ USD ໄດ້ຄຸ້ມຄອງຕິດພັນກັບບັນດາດັດຊະນີ, ລວມມີທັງກຸ່ມຕະຫຼາດທີ່ຫາກໍ່ພົ້ນເດັ່ນ. ກ່ອນທີ່ຈະໄດ້ຈັດເຂົ້າໃນກຸ່ມຕະຫຼາດທີ່ຫາກໍ່ພົ້ນເດັ່ນຂຶ້ນ, ຫວຽດນາມ ບໍ່ມີໂອກາດເຂົ້າເຖິງທຶນທີ່ນອນໃນຈຳນວນຊັບສິນນີ້. ແຕ່ເມື່ອໄດ້ຈັດເຂົ້າກຸ່ມຕະຫຼາດທີ່ຫາກໍ່ພົ້ນເດັ່ນຂຶ້ນ, ຫວຽດນາມ ຈະເລີ່ມສາມາດເຂົ້າເຖິງ ແຫຼ່ງທຶນໃນຈຳນວນຊັບສິນທີ່ມີມູນຄ່າ 2,8 ພັນຕື້ USD ນີ້.
ການຍົກລະດັບໄດ້ເປີດໂອກາດໃຫ້ດຶງດູດແຫຼ່ງເງິນທຶນລົງທຶນຈາກຕ່າງປະເທດ ແລະ ກໍ່ແມ່ນກຳລັງໜູນເພື່ອໃຫ້ຕະຫຼາດຫຼັກຊັບ ຫວຽດນາມ ສືບຕໍ່ຍົກສູງລັກສະນະໂປ່ງໃສ, ປະສິດທິຜົນ ແລະ ຄວາມສາມາດແກ່ງແຍ້ງ.








