ປັນຍາປະດິດ (AI) ພວມກາຍເປັນໜຶ່ງໃນບັນດາແຮງຂັບເຄື່ອນທີ່ສຳຄັນເພື່ອຊຸກຍູ້ການຫັນເປັນດີຈີຕອນ ແລະ ການເຕີບໂຕເສດຖະກິດຢູ່ ອາຊີຕາເວັນອອກສ່ຽງໃຕ້. ເຖິງຢ່າງໃດກໍຕາມ, ຕາມບັນດານັກຊ່ຽວຊານແລ້ວ, ອາຊຽນ ຍາກທີ່ຈະນຳໃຊ້ຮູບແບບ AI ໜຶ່ງດຽວໃຫ້ແກ່ທົ່ວພາກພື້ນໄດ້. ແຕ່ລະປະເທດມີເງື່ອນໄຂດ້ານເສດຖະກິດ, ຄວາມສາມາດດ້ານເຕັກໂນໂລຢີ ແລະ ຄວາມຕ້ອງການທາງສັງຄົມທີ່ແຕກຕ່າງກັນ, ດັ່ງນັ້ນຕ້ອງເລືອກເອົາທິດທາງພັດທະນາທີ່ເໝາະສົມ. ຄວາມແຕກຕ່າງກັນນີ້ບໍ່ແມ່ນຮົ້ວກີດຂວາງ, ຫາກກົງກັນຂ້າມ ອາດສາມາດຈະກາຍເປັນທ່າໄດ້ປຽບໃຫຍ່ ຖ້າບັນດາປະເທດເພີ່ມທະວີການຮ່ວມມື ແລະ ໝູນໃຊ້ທ່າແຮງໜູນຊ່ວຍກັນ.
ໃນພາກພື້ນ ອາຊຽນ, ແຕ່ລະປະເທດ ພວມສ້າງແນວທາງສະເພາະໃຫ້ແກ່ຕົນ. ສິງກະໂປ ພົ້ນເດັ່ນໃນບັນດາຂົງເຂດຄື: ຫຸ່ນຍົນ, ວິທະຍາສາດເຕັກໂນໂລຢີ ແລະ ການນຳໃຊ້ AI ໃນການບໍລິການສາທາລະນະ. ຫວຽດນາມ ພວມຕັ້ງໜ້ານຳ AI ເຂົ້າບັນດາການເຄື່ອນໄຫວຂອງລັດຖະບານ, ກະຊວງ, ຂະແໜງການ ແລະ ທ້ອງຖິ່ນ, ສ້າງນະໂຍບາຍເພື່ອແນໃສ່ຊຸກຍູ້ການນຳໃຊ້ເຕັກໂນໂລຢີໃນພື້ນຖານເສດຖະກິດ. ໃນຂະນະນັ້ນ, ມາເລເຊຍ ກໍ່ພວມສ້າງຍຸດທະສາດ AI ໃໝ່ໃຫ້ແກ່ໄລຍະ 5 ປີ, ໃນນັ້ນ ບໍ່ພຽງແຕ່ເອົາໃຈໃສ່ເປັນພິເສດເຖິງພື້ນຖານໂຄງລ່າງເຕັກໂນໂລຢີເທົ່ານັ້ນ ຫາກຍັງສຸມໃສ່ຂໍ້ມູນ, ການຄຸ້ມຄອງບໍລິຫານທີ່ເປັນໜ້າເຊື່ອໃຈ ແລະ ການພັດທະນາຊັບພະຍາກອນມະນຸດ.
ຄວາມແຕກຕ່າງກັນນີ້ສະແດງໃຫ້ເຫັນວ່າ ແຕ່ລະປະເທດ ອາຊຽນ ມີເງື່ອນໄຂເສດຖະກິດ, ຄວາມສາມາດດ້ານເຕັກໂນໂລຢີ ແລະ ຄວາມຕ້ອງການທາງສັງຄົມ ກ່ຽວກັບ AI ແຕກຕ່າງກັນ. ທ່ານ ປ.ອ Mehdi Snene, ທີ່ປຶກສາຂັ້ນສູງ ໃຫ້ທູດພິເສດຂອງເລຂາທິການໃຫຍ່ ສປຊ, ຫ້ອງວ່າການ ສປຊ ກ່ຽວກັບເຕັກໂນໂລຢີດີຈີຕອນ ແລະ ເຕັກໂນໂລຢີຫາກໍ່ພົ້ນເດັ່ນ ຢັ້ງຢືນວ່າ:
ປັດຈຸບັນບໍ່ມີວິໄສທັດກ່ຽວກັບ AI ທີ່ເປັນເອກະພາບ. AI ມີຫຼາຍທິດທາງນຳໃຊ້ທີ່ແຕກຕ່າງກັນ ຄື AI ສ້າງສັນ, ຮູບແບບພາສາຂະໜາດໃຫຍ່, ວິທະຍາສາດ, ການແພດ ແລະ ການຄຸ້ມຄອງຄວາມສ່ຽງ… ອາດເວົ້າໄດ້ວ່າ ນີ້ແມ່ນເຕັກໂນໂລຢີທີ່ມີລັກສະນະນຳໃຊ້ໃນວົງກວ້າງ,ສາມາດກຳນົດທິດທາງໃໝ່ໃຫ້ທຸກຂົງເຂດອື່ນ. ເລື່ອງແຕ່ລະປະເທດເລືອກເອົາພື້ນທີ່, ທິດທາງສະເພາະໃຫ້ແກ່ຕົນໃນຂົງເຂດ AI ນັ້ນ ແມ່ນສັນຍານທີ່ຕັ້ງໜ້າທີ່ສຸດ. ຄວາມຫຼາກຫຼາຍນີ້ ຈະປະກອບສ່ວນເພີ່ມທະວີການພັດທນະ AI ໃນປະຊາຄົມ ອາຊຽນ.
ຄວາມຫຼາກຫຼາຍກ່ຽວກັບຄວາມສາມາດ ແລະ ບົດຮຽນປະສົບການໃນຂົງເຂດ AI ຂອງ ອາຊຽນ ຈະຊ່ວຍໃຫ້ບັນດາປະເທດສະມາຊິກສາມາດຫັນເປັນວິຊາສະເພາະ ແລະ ໜູນຊ່ວຍເຊິ່ງກັນແລະກັນ ແທນທີ່ຈະແກ້ງແຍ້ງກັນໂດຍກົງເພື່ອພັດທະນາທຸກເຕັກໂນໂລຢີ AI. ໄປຄຽງຄູ່ກັນນັ້ນ, ການຮ່ວມມືໃນພາກພື້ນ ອາດສາມາດເພີ່ມທະວີຜ່ານການແບ່ງປັນຂໍ້ມູນ, ພື້ນຖານໂຄງລ່າງການຄິດໄລ່, ວິຊາສະເພາະ ແລະ ໝາກຜົນຂອງການຄົ້ນຄ້ວາ. ການເຊື່ອມຕໍ່ບັນດານັກຊ່ຽວຊານ, ສູນຄົ້ນຄ້ວາ ແລະ ວິສາຫະກິດໃນພາກພື້ນກໍ່ສາມາດຊ່ວຍໃຫ້ ອາຊຽນ ຍົກສູງຄວາມສາມາດແກ້ງແຍ້ງໃນຕະຫຼາດທົ່ວໂລກ.
ເຖິງຢ່າງໃດກໍຕາມ, ພ້ອມກັບໂອກາດ, ອາຊຽນ ກໍ່ຕ້ອງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງໃນວິວັດການນຳໃຊ້ AI. ຊ່ອງຫວ່າງກ່ຽວກັບພື້ນຖານໂຄງລ່າງດີຈີຕອນ, ຂໍ້ມູນ, ຊັບພະຍາກອນມະນຸດ ແລະ ຄວາມສາມາດດ້ານເຕັກໂນໂລຢີລະຫວ່າງບັນດາປະເທດອາດສາມາດເຮັດໃຫ້ການຈັດແບ່ງຜົນປະໂຫຍດຈາກ AI ບໍ່ສະໝ່ຳສະເໝີ. ສິ່ງທ້າທາຍໜຶ່ງອີກ ນັ້ນແມ່ນການສ້າງຂອບນິຕິກຳ ແລະ ກົນໄກຄຸ້ມຄອງ AI. ທ່ານນາງLeonie Mader, ນັກຊ່ຽວຊານ AI, ກອງທຶນ KAS (ເຢຍລະມັນ)ຖືວ່າ
ແຕ່ລະປະເທດໃນປະຊາຄົມ ອາຊຽນ ພວມພັດທະນາບັນດາຮູບແບບ AI ສະເພາະໃຫ້ແກ່ການພັດທະນາຂອງປະເທດຕົນ. ໃນນັ້ນ, ມີຫຼາຍຮູບແບບ AI ຮຽກຮ້ອງຕ້ອງການຊັບພະຍາກອນຫຼາຍຄື ຮູບແບບພາສາຂະໜາດໃຫຍ່ ແລະ ຮູບແບບສ້າງພາບ. ຖ້າບໍ່ມີຊັບພະຍາກອນຫຼາຍ ຫຼືບໍ່ມີແຫຼ່ງພະລັງງານລາຄາຖືກ, ຄືເອີລົບໃນປັດຈຸບັນ, ພວກເພື່ອນຄວນພັດທະນາບັນດາຮູບແບບນ້ອຍໆ. ສິ່ງສຳຄັນນັ້ນແມ່ນ ຕ້ອງກຳນົດຢ່າງຈະແຈ້ງວ່າ ຕົນເອງພວມມີຫຍັງແດ່, ທ່າແຮງຢູ່ໃສ ແລະ ປາດຖະໜາສິ່ງໃດຈາກ AI, ຈາກນັ້ນ ສ້າງມາດຕະການເຕັກໂນໂລຢີເຊິ່ງຕົນເອງຕ້ອງການຢ່າງແທ້ຈິງ.
ຕາມບັນດານັກຊ່ຽວຊານແລ້ວ, ເພື່ອໃຫ້ AI ນຳມາເຊິ່ງຜົນປະໂຫຍດໃນວົງກວ້າງໃຫ້ແກ່ ອາຊຽນ, ບັນດາປະເທດຕ້ອງມີວິທີເຂົ້າເຖິງທີ່ສອດຄ່ອງກັບຄວາມຕ້ອງການໃນຕົວຈິງ ແລະ ຖືມະນຸດເປັນໃຈກາງ. ສິ່ງສຳຄັນບໍ່ແມ່ນວ່າ ປະເທດໃດພັດທະນາ AI ໄວທີ່ສຸດ, ຫາກແມ່ນ AI ອາດສາມາດສ້າງຄຸນຄ່າຕົວຈິງຄືແນວໃດໃຫ້ແກ່ປະຊາຊົນ, ວິສາຫະກິດ ແລະ ສັງຄົມຄືແນວໃດ. AI ພວມເປີດບັນດາໂອກາດໃຫຍ່ເພື່ອໃຫ້ ອາຊຽນ ຊຸກຍູ້ການເຕີບໂຕເສດຖະກິດ, ນະວັດຕະກຳ ແລະ ຍົກສູງຄຸນນະພາບການບໍລິການສາທາລະນະ. ເຖິງຢ່າງໃດກໍຕາມ, ຄວາມແຕກຕ່າງກັນກ່ຽວກັບຄວາມສາມາດລະຫວ່າງບັນດາປະເທດ ກໍ່ເປັນຄວາມສ່ຽງເພີ່ມຊ່ອງຫວ່າງດ້ານດີຈີຕອນ. ເພາະສະນັ້ນ, ທິດທາງທີ່ເໝາະສົມສຳລັບ ອາຊຽນ ແມ່ນ “ຄວາມເປັນເອກະພາບໃນຄວາມຫຼາກຫຼາຍ”, ແຕ່ລະປະເທດພັດທະນາ AI ອີງໃສ່ທ່າແຮງສະເພາະ, ພ້ອມທັງແບ່ງປັນຊັບພະຍາກອນ, ຄວາມຮູ້ ແລະ ບົດຮຽນປະສົບການກັບບັນດາປະເທດສະມາຊິກອື່ນໆ..







