ວັນທີ 21 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມຢາຕຸກ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ລັດຖະບານ ຫວຽດນາມ ໄປຢ້ຽມຢາມ, ເຮັດວຽກຢູ່ລາວ, ຕາມຄຳເຊື້ອເຊີນຂອງທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານລາວ ສະເຫຼີມໄຊ ກົມມະສິດ.
ທີ່ການເຈລະຈາຢູ່ນະຄອນຫຼວງ ວຽງຈັນທີ່ໄດ້ດຳເນີນໃນວັນດຽວກັນ, ຮອງນາຍົກລັດຖະມົນຕີ ສອງທ່ານໄດ້ເຫັນດີເປັນເອກະພາບພ້ອມກັນມານະພະຍາຍາມເຮັດໃຫ້ເນື້ອໃນ ຫຸ້ນສ່ວນຍຸດທະສາດເລິກເຊິ່ງກວ່າອີກ, ສຸມໃສ່ຫັນເປັນລະອຽດ ແລະ ຜັນຂະຫຍາຍບັນດາຂໍ້ຕົກລົງລະຫວ່າງສອງພັກ, ສອງລັດມີປະສິດທິຜົນກວ່າ; ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ; ສ້າງບາດກ້າວບຸກທະລຸດ້ານເສດຖະກິດ, ການຄ້າ, ການລົງທຶນ. ພ້ອມກັນນັ້ນ, ຊຸກຍູ້ການຮ່ວມມືດ້ານວັດທະນະທຳ, ກິລາ, ການທ່ອງທ່ຽວ, ການສຶກສາ, ທ້ອງຖິ່ນ ແລະ ການພົວພັນແລກປ່ຽນປະຊາຊົນ; ຍູ້ໄວບັນດາໂຄງການຈຸດສຸມ, ຍົກສູງປະສິດທິຜົນໃນການນຳໃຊ້ທຶນອຸປະຖຳ, ປະສານສົມທົບກັນຢ່າງແໜ້ນແຟ້ນຢູ່ ອາຊຽນ, ສປຊ ແລະ ບັນດາກົນໄກຮ່ວມມືອະນຸພາກພື້ນແມ່ນ້ຳຂອງ.
ພາຍຫຼັງການເຈລະຈາ, ທ່ານຮອງນາຍົກລັດຖະມົນຕີ ຟ້າມຢາຕຸກ ແລະ ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຂ ກົມມະສິດ ໄດ້ພົບປະກັບວິສາຫະກິດ ຈຳນວນໜຶ່ງຂອງ ຫວຽດນາມ ແລະ ລາວ ພວມດຳເນີນທຸລະກິດຢູ່ສອງປະເທດ.







