ທ່ານ Joe Biden ອາດີດຮອງປະທານາທິບໍດີ ອາເມລິກາ ແລະ ທ່ານ Bernie Sanders ສະມາຊິກສະພາສູງລັດ Vermont (ພາບ: AFP/TTXVN) |
ນີ້ກໍ່ແມ່ນການໂຕ້ວາທີໂດຍກົງຄັ້ງທຳອິດຂອງ ຜູ້ສະໝັກເລືອກຕັ້ງ 2 ທ່ານພົ້ນເດັ່ນທີ່ສຸດຂອງ ພັກ ປະຊາທິປະໄຕ, ເຊິ່ງແມ່ນທ່ານ Joe Biden ອາດີດຮອງປະທານາທິບໍດີ ອາເມລິກາ ແລະ ທ່ານ Bernie Sanders ສະມາຊິກສະພາສູງລັດ Vermont. ການໂຕ້ວາທີໄດ້ຖ່າຍທອດສົດຈາກ ສຳນັກຂ່າວສານ CNN ຢູ່ນະຄອນຫຼວງ ວໍຊິງຕັນ, ປະເທດອາເມລິກາ ປ່ຽນຈາກການຈັດຕັ້ງຢູ່ ນະຄອນ Phoenix, ລັດ Arizona ຕາມແຜນການ.






