ທ່ານ Joe Biden ອະດີດຮອງປະທານາທິບໍດີ ອາເມລິກາ (ພາບ: AFP/TTXVN)

ໝາກຜົນການຢັ່ງຫາງສຽງໃຫ້ຮູ້ວ່າ 52% ຈຳນວນຜູ້ມີສິດເລືອກຕັ້ງພັກປະຊາທິປະໄຕປາດຖະໜາຢາກໃຫ້ຜູ້ສະໝັກເລືອກຕັ້ງ Joe Biden ຍາດໄດ້ບັດສະໜັບສະໜູນເພື່ອອອກສະໝັກເລືອກຕັ້ງຂອງພັກດັ່ງກ່າວ ເພື່ອກາຍເປັນຄູ່ແຂ່ງກັບທ່ານປະທານາທິບໍດີ Donald Trump ຂອງພັກສາທາລະນະ ໃນການແຂ່ງຂັນເລືອກຕັ້ງປະທານາທິບໍດີ ອາເມລິກາ ເຊິ່ງຈະດຳເນີນໃນເດືອນ ພະຈິກ ຈະມາເຖິງ. ໃນຂະນະນັ້ນ, ມີພຽງແຕ່ 32% ຈຳນວນຜູ້ເຂົ້າຮ່ວມການຢັ່ງຫາງສຽງສະໜັບສະໜູນທ່ານ Bernie Sanders.