ຄວາມເຄັ່ງຕຶງລະຫວ່າງ ຕວັກກີ ແລະ ເກຼັກ ສືບຕໍ່ເພີ່ມຂຶ້ນ (ພາບ: REUTERS/Marko Djurica) |
ກະຊວງການຕ່າງປະເທດ ຕວັກກີ ໄດ້ຮຽກຮ້ອງໃຫ້ ເກຼັກ “ຢຸດຕິບັນດາການລະເມີດເຂດທະເລຂອງ ຕວັກກີ”. ວົງການເຈົ້າໜ້າທີ່ ຕວັກກີ ກໍ່ຮຽກຮ້ອງໃຫ້ ເກຼັກ ຢຸດຕິເລື່ອງຈັບຕົວບັນດານັກຂ່າວຢູ່ເກາະ Rhodes ແລະ Lesbos, ບ່ອນທີ່ມີຫລາຍຄົນຂໍໄປລີ້ໄພເພື່ອດຳລົງຊີວິດ.






