ກໍາລັງປ້ອງກັນຄວາມສະຫງົບ ອາບການິດສະຖານ ເວນຍາມຢູ່ Ghazni(ພາບ: TTXVN)

ທ່ານ Mullah Abdul Ghani Baradar ຫົວໜ້າຄະນະເຈລະຈາ ຝ່າຍ ຕາລີບານ ໄດ້ຢັ້ງຢືນຄືນໃໝ່ຄືດັ່ງກ່າວ ໃນການໂອ້ລົມທາງໂທລະສັບກັບ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ໃນວັນທີ 29 ມິຖຸນາ.

ຕາມນັ້ນແລ້ວ, ໃນການໂອ້ລົມທາງໂທລະສັບ, ຜູ້ຕາງໜ້າກໍາລັງ ຕາລີບານ ໄດ້ຢັ້ງຢືນຄືນໃໝ່ຄໍາໝັ້ນສັນຍາທີ່ວ່າ ບໍ່ບຸກໂຈມຕີ ອາເມລິກາ. ສອງຝ່າຍ ກໍໄດ້ແລກປ່ຽນກ່ຽວກັບບັນດາຄວາມວິຕົກກັງວົນທີ່ກ່ຽວຂ້ອງເຖິງຂໍ້ຕົກລົງ ເຊິ່ງສອງຝ່າຍບັນລຸໄດ້ເມື່ອເດືອນ ກຸມພາ ຜ່ານມາ, ລວມທັງວິວັດທະນາການເຈລະຈາພາຍໃນ ອາບການິດສະຖານ ແລະ ການປ່ອຍນັກໂທດ ຕາລີບານ ຈໍານວນ 5.000 ຄົນ ເປັນອິດສະຫຼະ.