ກອງປະຊຸມແລກປ່ຽນຜ່ານເຄືອຂ່າຍອີນເຕີແນດ ກ່ຽວກັບວຽກງານບໍ່ຂຶ້ນກັບລັດຖະບານ ຢູ່ຕ່າງປະເທດ 2019 (ພາບ: TTXVN) |
ທ່ານບຸນແທັງເຊີນຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ, ປະທານຄະນະກຳມະການປະຕິບັດງານກ່ຽວກັບບັນດາອົງການບໍ່ຂຶ້ນກັບລັດຖະບານຂອງຕ່າງປະເທດໄດ້ເປັນປະທານກອງປະຊຸມ. ປີ 2019 ຫວຽດນາມມີຫຼາຍກ່ວາ 500 ອົງການທີ່ບໍ່ຂຶ້ນກັບລັດຖະບານຢູ່ຕ່າງປະເທດເຄື່ອນໄຫວຢ່າງມີປະສິດທິຜົນ. ມູນຄ່າການຊ່ວຍເຫຼືອ, ການປ່ອຍເງິນຈາກບັນດາອົງການບໍ່ຂຶ້ນກັບລັດຖະບານຢູ່ຕ່າງປະເທດບັນລຸກ່ວາ 262 ລ້ານ USD, ໃນນັ້ນສະທາລະນະສຸກແມ່ນຂົງເຂດໄດ້ຮັບການຊ່ວຍເຫຼືອຫຼາຍກ່ວາໝູ່.
ໃນປີ 2020ຄະນະກຳມະການດັ່ງກ່າວ, ສືບຕໍ່ປະຕິບັດວຽກງານຄຸ້ມຄອງບັນດາອົງການທີ່ບໍ່ຂຶ້ນກັບລັດຖະບານເປັນຢ່າງດີ, ຍູ້ແຮງວຽກງານແບ່ງປັນຂໍ້ມູນຂ່າວສານ, ຍົກສູງປະສິດທິຜົນການເຄື່ອນໄຫວຂອງບັນດາອົງການປະສານງານ; ກໍ່ສ້າງຖັນແຖວພະນັກງານເຮັດວຽກງານພົວພັນຕ່າງປະເທດປະຊາຊົນ; ຫັນແຫຼ່ງເງິນຊ່ວຍເຫຼືອທີ່ບໍ່ຂຶ້ນກັບລັດຖະບານຂອງຕ່າງປະເທດເປັນຫຼາຍຮູບຫຼາບແບບ.






