|
(ພາບປະກອບ) |
ຄະນະປະຈຳສະພາແຫ່ງຊາດຈະຮັບຟັງທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ລາຍງານກ່ຽວກັບ ວຽກງານປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19.
ທີ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດຈະປະກອບຄຳເຫັນໃສ່ບັນດາບັນຫາຂອງຮ່າງກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ); ກົດໝາຍວ່າດ້ວຍວິສາຫະກິດ (ສະບັບປັບປຸງ); ປະກອບຄຳເຫັນ (ເທື່ອທີ 2) ກ່ຽວກັບບັນດາບັນຫາທີ່ຍັງມີຄວາມເຫັນແຕກຕ່າງກັນຂອງຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການປະກາດໃຊ້ເອກະສານນິຕິກຳ ແລະ ກ່ຽວກັບບັນດາບັນຫາທີ່ຍັງມີຄວາມເຫັນແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການກໍ່ສ້າງ, ບັນດາຮ່າງກົດໝາຍວ່າດ້ວຍການ ລົງທຶນຕາມຮູບແບບຄູ່ຮ່ວມມືພາກລັດ-ເອກະຊົນ (PPP) ແລະ ບັນດາເນື້ອໃນສຳຄັນອື່ນໆອີກ… ຕາມລາຍ ການ, ກອງປະຊຸມຄັ້ງນີ້ຈະດຳເນີນໃນລະຫວ່າງວັນທີ 23 – 25 ມີນາ.






