ທ່ານ Khaled al-Fadhel ລັດຖະມົນຕີກະຊວງນ້ຳມັນ ກູເວດ (ພາບ: AFP/TTXVN)

ກ່ອນໜ້ານັ້ນ, ອາຣັບບິ ຊາອຸດິ ໄດ້ຮຽກຮ້ອງຈັດຕັ້ງກອງປະຊຸມດ່ວນລະຫວ່າງ OPEC ແລະ ບັນດາຄູ່ຮ່ວມມືເພື່ອແນໃສ່ຊອກຫາວິທີການຮັກສາຕະຫຼາດນ້ຳມັນທີ່ເປັນປົກກະຕິ. ໃນຂະນະນັ້ນ, ບັນດາແຫຼ່ງຂ່າວຈາກ OPEC ໃຫ້ຮູ້ວ່າ ອົງການນ້ຳມັນນີ້ ແລະ ລັດເຊຍ ຈະເລື່ອນວັນເວລາຈັດຕັ້ງກອງປະຊຸມທາງອອນລາຍ ເພື່ອໃຫ້ບັນດາປະເທດມີເວລາ ປຶກສາຫາລືຕື່ມອີກເພື່ອຊອກຫາຄວາມເຫັນດີເຫັນພ້ອມ, ພາຍຫຼັງທີ່ຄວາມບໍ່ລົງລອຍກັນລະຫວ່າງ ອາຣັບບິ ຊາອຸດິ ແລະ ລັດເຊຍ ເພີ່ມຂຶ້ນ ກ່ຽວກັບສາຍເຫດທີ່ເຮັດໃຫ້ຄ່ານ້ຳມັນຫຼຸດລົງຢ່າງແຮງ.