ລາ​ຄາ​ນ້ຳ​ມັນ​ໂລກຫຼຸດ​ລົງ​ກວ່າ 5%ໃນ​ວາ​ລະ​ແລກ​ປ່ຽນ​ຄ້າ​ຂາຍ​ໃນ​ຕອນ​ເຊົ້າ​ວັນ​ທີ 27 ກໍ​ລະ​ກົດ, ໃນ​ຂະ​ນະ​ນັ້ນ ລາຄາ​ຄຳ​​ຟື້ນ​ຕົວ​ຄືນ​ໃໝ່, ພາຍຫຼັງ ອາ​ເມ​ລິ​ກາ​ຢຸດ​ຍິງ​ບັນ​ດາ ການ​ເຄື່ອນ​ໄຫວ​ດ້ານ​ການ​ທະ​ຫານ​ເພື່ອ​ເລັ່ງ​ໃສ່​ອີ​ຣານ, ເຮັດ​ໃຫ້​​ຄວາມ​ຫວັງຕໍ່​ຄວາມ​ເຄັ່ງ​ຕຶງ​ຢູ່ ພາກ​ພື້ນ​ຕາ​ເວັນ​ອອກ​ກາງ ຈະຫຼຸດ​ລົງ ແລະ ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ທາງ​ການ​ທູດ​ໄດ້​ຮັບ​ການ​ເຊື່ອມ​ຕໍ່​ຄືນ​ໃໝ່. ລະ​ອຽດ​ແມ່ນ,

ການ​ຜັນ​ແປ​ໄດ້​ເກີດ​ຂຶ້ນ​ພາຍຫຼັງ ອີ​ຣານ​ປະ​ກາດໃນ​ວັນ​ທີ 26 ກໍ​ລະ​ກົດ​ວ່າ ​ຢຸດ​ຕິ​ບັນ​ດາ​ການ​ກະ​ທຳ​ໂຕ້​ຕອບ​ໃນ​ພາກ​ພື້ນ, ໃນ​ຂະ​ນະ​ທີ່​ອາ​ເມ​ລິ​ກາ ກໍ່​ຢຸດ​ຕິ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ເລັ່ງ​ໃສ່​ປະ​ເທດ​ນີ້​ໃນ​ສອງ​ຄືນ​ທີ່​ຜ່ານ​ມາ.