ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 79 ປີ​ແຫ່​ງວັນ​ທະ​ຫານ​ເສຍ​ອົງ​ຄະ​ນະ ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ (27/7/1947 - 27/7/2026), ຕອນ​ເຊົ້າ​ວັນ​ທີ 27 ກໍ​ລະ​ກົດ, ຢູ່​ຮ່າ​ໂນ້ຍ, ທ່ານ​ນາງ ຫງວຽນ​ທິ​ແທັງ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ໄດ້​ພົບ​ປະ​ກັບ​ບັນ​ດາ​ແມ່​ຫວຽດ​ນາມ ວິ​ລະ​ຊົນ, ນັກ​ວິ​ລະ​ຊົນ​ກຳ​ລັງ​ປະ​ກອບ​ອາ​ວຸດ, ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ອັນ​ດີ​ເດັ່ນ​ຂອງ​ນະ​ຄອນ ຮ່າ​ໂນ້ຍ, ແຂວງ​ນິງ​ບິ່ງ ແລະ ໄທ​ງວຽນ ເຂົ້າ​ຮ່ວມ​ລາຍ​ການ “ຍືນ​ຍົງ​ຄົງ​ຕົວ​ກັບ​ປະ​ເທດ​ຊາດ ຊົ່ວ​ກາ​ລະ​ນ​ານ”. ເຫດ​ການ​ໂດຍ​ຫ້ອ​ງວ່າ​ການ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ວັດ​ທະ​ນະ​ທຳ ແລະ ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ຈັດ​ຂຶ້ນ.

ທ່ານ​ນາງ ຫງວຽນ​ທິງ​ແທັງ ສະ​ແດງ​ຄວາມ​ເຄົາ​ລົບ​ ແລະ ຄຳ​ຢຶ້​ຢາມ​ຖາວ​ຂ່າວ, ນ້ຳ​ໃຈ​ຄວາມ​ຮັກ​ແພງ​ທີ່​ສຸດຕໍ່​ແມ່​ຫວຽດ​ນາມ ວິ​ລະ​ຊົນ, ບັນ​ດາ​ນັກ​ຮົບ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ, ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ທະ​ຫານ​ເສຍ​ອົງ​ຄະ, ນັກ​ຮົບ​ເຈັບ​ປ່ວຍ, ຜູ້​ມີ​ຄົນ​ງາມ​ຄວາມ​ດີທີ່​ດີ​ເດັ່ນ​ພ້ອມ​ກັບ​ຄອບ​ຄົວ. ທ່ານ​​ນາງຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຢັ້ງ​ຢືນ ພັກ, ລັດ ແລະ ປະ​ຊາ​ຊົນ​ຈາ​ລຶກ​​ບັນ​ດາ​ຄຸນງາມ​ຄວາມ​ດີ​ອັນ​​ໃຫຍ່ຫຼວງ​ຂອງ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ປະ​ເທດ​ຊາດ. ທ່ານນາງ ຫງວຽນ​ທິ​ແທັງ ​ ໃຫ້​ຮູ້​ວ່າ​ວັນ​ທີ 24 ກໍ​ລະ​ກົດ 2026, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ໄດ້​ເຊັນ​ປະ​ກ​າດ​ໃຊ້ລັດ​ຖະບັນ​​ຍັດເລກ​ທີ 5 /2025 ສະ​ບັບ​ປັບ​ປຸງ, ເພີ່ມ​ເຕີບ​ບາງ​ມາດ​ຕາ​ຂອງ​ລັດ​ຖະບັນ​ດາ​ວ່າ​ດ້ວຍ​ການ ໃຫ້​ບຸ​ລິ​ມະ​ສິດ​ຕໍ່​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ການ​ປະ​ຕິ​ວັດ.