ເວລາ 5 ໂມງຕອນເຊົ້າວັນທີ 27 ກໍລະກົດ, ສຽງລະຄັງ, ສຽງກອງໄດ້ດັງຂຶ້ນພ້ອມກັນຢູ່ບັນດາວັດ, ສະຖານທີ່ບູຊາຢູ່ທົ່ວທຸກບ້ານ, ຖະໜົນ, ເຂດຊາຍແດນ, ໝູ່ເກາະຂອງ 34 ແຂວງ, ນະຄອນໃນທົ່ວປະເທດ ເພື່ອອາໄລຫາ, ຕອບບຸນແທນຄຸນບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ. ນີ້ແມ່ນປີທຳອິດທີ່ສະມາຄົມພຸດທະສາສະໜາ ຫວຽດນາມ ໄດ້ແຈ້ງຂ່າວຈັດພິທີກຳທີ່ສັກສິດນີ້ ເນື່ອງໃນໂອກາດສະເຫຼີມສະຫຼອງ 79 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 – 27 ກໍລະກົດ 2026).
ຢູ່ວັດ ກວານຊື (ສຳນັກງານສູນກາງສະມາຄົມພູດທະສາສະໜາ ຫວຽດນາມ, ທີ່ນະຄອນຫຼວງ ຮ່າໂນ້ຍ), 5 ໂມງຕອນເຊົ້າ, ວັດ ກວານຊື ໄດ້ເລີ່ມຈັດພິທີອາໄລຫາ, ຕອບບຸນແທນຄຸນບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ພິທີສູດມົນພາວະນາໃຫ້ແກ່ດວງວິນຍານບັນດາຮັກຮົບເສຍສະຫຼະຊີວິດເພື່ອຊາດ. ພະອາຈານໃຫຍ່ ທິກດຶກທ້ຽນ, ຮອງປະທານ, ເລຂາທິການໃຫຍ່ສະພາບໍລິຫານງານສະມາຄົມພູດທະສາສະໜາ ຫວຽດນາມ, ໃຫ້ຮູ້ວ່າ:
“5 ໂມງຕອນເຊົ້າວັນທີ 27 ກໍລະກົດ, ຢູ່ທຸກວັດ, ສະຖານທີ່ບູຊາໃນທົ່ວປະເທດໄດ້ພ້ອມກັນລັ່ນລະຄັງ, ກອງ 3 ບາດ ເພື່ອໃຫ້ພວກເຮົາຕອບບຸນແທນຄຸນ, ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ. ຫຼັງຈາກນັ້ນແມ່ນຈັດບັນດາພິທີສູດມົນພາວະນາອາໄລຫາ, ຫວັງວ່າບັນດາດວງວິນຍານຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຈົ່ງໄປສູ້ສຸຂະຕິ, ໃນໂລກຂອງຄົນຊອບທຳ, ບ່ອນສະຫງົບສຸກ ແລະ ປົກປ້ອງໃຫ້ລູກຫຼານ, ປະເທດ ຫວຽດນາມ ຂອງພວກເຮົາເຊື່ອມໂຍງ ແລະ ພັດທະນາ, ກ້າວເຂົ້າສູ່ສັງກາດໃໝ່ຈະເລີນຮຸ່ງເຮືອງ ແລະ ວັດທະຖາວອນ. ພູດທະສາສະໜາຮ່ວມເດີນທາງພ້ອມກັບປະເທດຊາດ”.
ດ້ວຍຄວາມເຄົາລົບນັບຖືເປັນຢ່າງສູງ, ບັນດາພຸດທະສາສະນິກກະຊົນ ໄດ້ຖະຫວາຍທູບທຽນ, ໄຫວ້ບູຊາພະພຸດທະເຈົ້າ, ລະນຶກດ້ວຍຄວາມເຄົາລົບນັບຖື, ອະທິຖານເຖິງຄຸນງາມຄວາມດີດວງວິນຍານບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ໄດ້ເສຍສະຫຼະຊີວິດເພື່ດເອກະລາດ, ເສລີພາບຂອງປະເທດຊາດ.
“ຂ້າພະເຈົ້າແມ່ນພຸດທະສາສະນິກກະຊົນ, ຊື່ທຳ ຟູກຫາຍ, ຊື່ແທ້ແມ່ນ ເຈິ່ນກວັກລອງ, ພວກຂ້າພະເຈົ້າຂໍ້ອະທິຖານຕໍ່ພະພູດທະເຈົ້າ, ເຈົ້າແມ່ກວນອິນ, ພະສົງປົກປ້ອງດວງວິນຍານບັນດານັກຮົບເສຍສະຫຼະຊີວິດເພື່ອຊາດໄປສູ່ແດນສະຫວັນ”.
“ຂ້າພະເຈົ້າແມ່ນພຸດທະສາສະນິກກະຊົນ ບຸນທິເລິມ, ຢູ່ບ້ານ ໂບ່ເດ, ຮ່າໂນ້ຍ, ມື້ນີ້ໄດ້ມາວັດ ກວານຊື ແຕ່ 4 ໂມງເຊົ້າ, ເນື່ອງໃນໂອກາດວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ພວກເຮົາຈົ່ງຄິດຮອດເພື່ອຕອບບຸນແທນຄຸນ, ພາວະນາໃຫ້ດວງວິນຍານບັນດານັກຮົບທີ່ໄດ້ເສຍສະຫຼະຊີວິດເພື່ອຊາດເພື່ອຍາດເອົາເອກະລາດ, ເສລີພາບ”.
ໃນຈຸດເວລາດຽວກັນ, ຕາມຄຳຮຽກຮ້ອງຂອງສະມາຄົມພູດທະສາສະໜາສູນກາງ ຫວຽດນາມ, ມີວັດກວ່າ 18.000 ແຫ່ງ ແລະ ຮາກຖານບູຊາໃນທົ່ວປະເທດກໍ່ພ້ອມກັນຈັດພິທີອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດເຊັນດຽວກັນ.








