ທ່ານນາງ ໂຕນທິງອກເຮືອງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ ໄດ້ຢັ້ງຢືນສິ່ງນີ້ ເມື່ອຕອບສຳພາດຕໍ່ນັກຂ່າວຂອງວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ອິນໂດເນເຊຍ ເນື່ອງໃນໂອກາດ 31 ປີແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ (28/7/1995 – 28/7/2026), ກົງກັບຈຸດເວລາອາຊຽນກ້າວເຂົ້າສູ່ປີທຳອິດຜັນຂະຫຍາຍວິໄສທັດ ປະຊາຄົມ ອາຊຽນ 2045 ດ້ວຍກາລະໂອກາດ ແລະ ສິ່ງທ້າທາຍໃໝ່ຫຼາຍຢ່າງ. ຕາມທ່ານນາງ ໂຕນທິງອກເຮືອງແລ້ວ, ປີ 2026 ແມ່ນປີທຳອິດບັນດາປະເທດສະມາຊິກ ອາຊຽນ ຜັນຂະຫຍາຍວິໄສທັດປະຊາຄົມ ອາຊຽນ 145 ດ້ວຍຫຼາຍແຜນການໃຫຍ່. ບັນດາປະເທດສະມາຊິກອາຊຽນ, ໃນນັ້ນມີ ຫວຽດນາມ ຕ້ອງສ້າງວິວັດການ ແລະ ບັນດາມາດຕະການ, ໃຫ້ບຸລິມະສິດລະອຽດໃຫ້ແຕ່ລະໄລຍະດ້ວຍການລົງທຶນແຫຼ່ງກຳລັງສົມຄວນ ໃຫ້ແກ່ວຽກງານຜັນຂະຫຍາຍວິໄສທັດ ປະຊາຄົມ ອາຊຽນ 2045.





