ວັນ​ທີ 26 ກໍ​ລະ​ກົດ, ອົງ​ການ​ອາ​ວະ​ກາດ ສະ​ຫະ​ພັນ ລັດ​ເຊຍ (Roscosmos) ໃຫ້​ຮູ້​ວ່າ ຍານ​ອາ​ວະ​ກາດ Soyuz MS-28 ໄດ້​ຈອດ​ລົງ​ຢ່າງ​ປອດ​ໄພ, ນຳ​ນັກ​ບິນ​ອາ​ວະ​ກາດ​ລັດ​ເຊຍ ສອງ​ຄົນ ແລະ ນັກ​ບິນ​ອາ​ວະ​ກາດອົງ​ການ​ການ​ບິນ​ ອາ​ວະ​ກາດ ອາ​ເມ​ລິ​ກາ (NASA) ກັບ​ໜ່ວຍ​ໂລກ​ພາຍຫຼັງ 241 ວັນ​ເຮັດ​ວຽກ​ຢູ່​ປ້ອມອ​າ​ວະ​ກາດ ສາ​ກົນ (ISS). ໃນ​ເວ​ລາ​ເຮັດ​ວຽກ​ຢູ່ ISS ກວ່າ 8 ເດືອນ, ກອງ​ອາ​ວະ​ກາດ​ໄດ້​ປະ​ຕິ​ບັດຫຼາຍ​ການ​ທົດ​ລອງວິ​ທະ​ຍາ​ສາດ, ບຳ​ລຸງ​ຮັກ​ສາ​ບັນ​ດາ​ລະ​ບົບ​ຂອງ ປ້ອມ ISS. ຕາມ​ກົນ​ໄກ​ແລກ​ປ່ຽນ​ບ່ອນ​ນັ່ງ​ລະ​ຫວ່າງ​ບັນ​ດາ ອົງ​ການ​ອາ​ວະ​ກາດ​ສະ​ຫະ​ພັນ ລັດ​ເຊຍ ແລະ ອົງ​ການ​ການ​ບິນ​ອາ​ວະ​ກາດ ອາ​ເມ​ລິ​ກາ​ແລ້ວ, ບັນ​ດາ​ນັກ​ບິນ​ອາ​ວະ​ກາດ​ຂອງ​ສອງ​ປະ​ເທດ ສືບ​ຕໍ່​ເຂົ້າ​ຮ່ວມ​ບັນ​ດາ​ພາ​ລະ​ກິດ​ເພື່ອ​ແນ​ໃສ່​ຮັກ​ສາ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ ISS.