ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຈະ​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ Volodymyr Zelensky ຢູ່​ທຳ​ນຽບ​ຂ່າວ​ໃນ​ວັນ​ທີ 28 ກໍ​ລະ​ກົດ, ການ​ພົບ​ປະ​ກັນ​ຈະ​ດຳ​ເນີນ​ເມື່ອ​ຄວາມ​ເຄັ່ງ​ຕຶງ​ໃນ​ການ​ປະ​ທະ​ກັນ​ຢູ່ ຢູ​ແກຼນ ສືບ​ຕໍ່​ເພີ່ມ​ຂຶ້ນ. ຫວ່າງ​ແລ້ວ​ນີ້, ລັດ​ເຊຍ ເພີ່ມ​ທະ​ວີ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ເລັ່ງ​ໃສ່​ນະ​ຄອນຫຼວງ ກີ​ແອັບ, ໃນ​ຂະ​ນະ​ທີ່ ຢູ​ແກຼນ ກໍ່​ຍູ້​ແຮງ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ດ້ວຍ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ໄລ​ຍະ​ໄກ​ເລັ່ງ​ໃສ່​ບັນ​ດາ​ເປົ້າ​ໝາຍ​ໃນ​ຜືນ​ແຜ່ນ​ດິນ​ຂອງ​ລັດ​ເຊຍ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Volodymyr Zelensky ຈະ​​ໄປ​ຮອດ​ວໍ​ຊິງ​ຕັນ​ເພື່ອ​ເຂົ້າ​ຮ່ວມ​ງານ​ສົບ​ທ່ານ​ Lindsey Graham ສະ​ມາ​ຊິກ​ສະ​ພາ​ສູງ. ທ່ານ ​ Lindsey Graham, ສະ​ມາ​ຊິກ​ລັດ​ຖະ​ສະ​ພາລັດ Carolina ໃຕ້, ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຜູ້​ຄົນ​ສະ​ໜັບ​ສະ​ໜູນ​ຢ່າງ​ແຮງ​ທີ່​ສຸດ​ຂອງ​ຢູ​ແກຼນ ຢູ່​ສະ​ພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ແລະ ຫາ​ກໍ​ເຖິງ​ແກ່​ມໍ​ລະ​ນະ​ກຳ​ກ່ອ​ນນີ້​ສອງ​ອາທິດ​ພວມອາ​ຍຸ 71 ປີ.