ວັນທີ 27 ກໍລະກົດ, ຢູ່ນະຄອນ ໂຮ່ຈີມິນ, ໄດ້ດຳເນີນກອງປະຊຸມຄັ້ງທີ 31 ລະຫວ່າງຄະນະປະຕິບັດງານພິເສດລັດຖະບານຫວຽດນາມ ແລະ ຄະນະປະຕິບັດງານພິເສດ ລັດຖະບານລາວ ກ່ຽວກັບການສືບຕໍ່ຊອກຫາ, ທ້ອນໂຮມ, ນຳອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ເສຍສະຫຼະຊີວິດຢູ່ລາວໃນປາງສົງຄາມກັບຄືນເມືອປະເທດ, ໃນລະດູແລ້ງ 2026 – 2027 ກັບເມືອປະເທດ. ລະດູແລ້ງ, 2025 – 2026, ກອງທ້ອນໂຮມຂອງ ຫວຽດນາມ ໄດ້ຊອກຫາ, ທ້ອນໂຮມອັດທິນັກຮົບ ເສຍສະຫຼະຊີວິດເພື່ອຊາດ 173 ຊຸດ. ໃນລະດູແລ້ງ 2026 – 2027, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ປະສານສົມທົບ, ຊີ້ນຳວຽກງານຊອກຫາ, ທ້ອນໂຮມ, ນຳອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ເສຍສະຫຼະຊີວິດຢູ່ລາວ ໃນປາງສົງຄາມກັບເມືອປະເທດ, ຍູ້ແຮງວຽກງານໂຄສະນາ, ຂົນຂວາຍປະຊາຊົນສອງປະເທດສະໜອງຂໍ້ມູນກ່ຽວກັບນັກຮົບເສຍສະຫຼະຊີວິດເພື່ອຊາດ, ຂຸມຝັງສົບສຸສານທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ເສຍສະຫຼະຊີວິດຢູ່ລາວ.





