ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວບັນດາເຜົ່າເຂດທາງທິດຕາເວັນຕົກສ່ຽງເໜືອຄັ້ງທີ 10(ພາບປະກອບ: toquoc.vn)
|
ໃນຂອບເຂດຂອງວັນບຸນ, ມີການເຄື່ອນໄຫວຫຼາຍຢ່າງຈະໄດ້ຮັບການຈັດຕັ້ງຄື: ງານມະໂຫລານສະແດງສິລະປະ; ງານວາງສະແດງ, ແນະນຳບັນດາເຍືື່ອງອາຫານຊົນເຜົ່າ; ບັນດາການເຄື່ອນໄຫວກິລາທີ່ເປັນມູນເຊື້ອ... ບັນດາລາຍການແນະນຳຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ, ສະຖານທີ່ທ່ອງທ່ຽວທີ່ດູດດື່ມຂອງແຂວງ ລ້າງເຊີນ ແລະ ບັນດາເຂດພາກທາງທິດຕາເວັນຕົກສ່ຽງເໜືອ. ການເຄື່ອນໄຫວດັ່ງກ່າວໄດ້ຈັດຂຶ້ນ 3 ປີເທື່ອໜຶ່ງ. ທ່ານ ຫງວຽນຟຸກຮ່າ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ລ້າງເຊີນ, ໃຫ້ຮູ້ວ່າ.
“ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍຢ່າງແທດຈິງ ໃນການອະນຸລັກຮັກສາ, ເສີມຂະຫຍາຍບັນດາມໍລະດົກເປັນວັດຖຸ, ບໍ່ເປັນວັດຖຸຂອງບັນດາເຜົ່າເຂດທາງທິດຕາເວັນຕົກສ່ຽງເໜືອ, ໂຄສະນາພາບພົດວັດທະນະທຳຂອງບັນດາທ້ອງຖິ່ນນັ້ນເຖິງເພື່ອນມິດທຸກແຖບຖິ່ນໃນທົ່ວປະເທດ, ປະກອບສ່ວນຊຸກຍູ້ການພັດທະນາວັດທະນະທຳ ສັງຄົມ, ເສດຖະກິດ, ປັບປຸງການປ້ອງກັນຊາດ ປ້ອງກັນຄວາມສະຫງົບ”.






.jpg)