ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: VGP) |
ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຕີລາຄາວ່າ ນີ້ແມ່ນລາຍການທີ່ມີຄວາມໝາຍວັດທະນະທຳມະນຸດຢ່າງເລິກເຊິ່ງ. ທ່ານກ່າວວ່າ:
“ພັກ, ລັດຍາມໃດກໍ່ມີທັດສະນະສະເໝີຕົ້ນສະເໝີປາຍ ພັດທະນາເສດຖະກິດຕິດພັນກັບການຫລຸດຜ່ອນຄວາມທຸກຍາກແບບຍືນຍົງ, ຮັບປະກັນການຊ່ວຍໜູນສັງຄົມ, ເອົາໃຈໃສ່ເບິ່ງແຍງດູແລໃຫ້ແກ່ບັນດາເປົ້າໝາຍທີ່ມີຄວາມສ່ຽງສູງກ່ວາໝູ່ໃນສັງຄົມ. ລັດຈະສືບຕໍ່ປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຢ່າງແຮງ ແລະ ມີປະສິດທິຜົນ, ລາຍການຫລຸດຜ່ອນຄວາມທຸກຍາກແບບຍືນຍົງ, ໜູນຊ່ວຍບັນດາເປົ້າໝາຍມີຄວາມສ່ຽງສູງກ່ວາໝູ່ໃນສັງຄົມກໍ່ສ້າງສັງຄົມວັດທະນາຖາວອນ, ສາມັກຄີ, ມີຄວາມກະລຸນາ, ຍຸຕິທຳ, ສີວິໄລ.”









