ທ່ານຫົວໜ້າຫ້ອງວ່າການລັດຖະບານອັງກິດ Michael Gove (ພາບ: AFP/TTXVN) |
ທ່ານຫົວໜ້າຫ້ອງວ່າການລັດຖະບານອັງກິດ Michael Gove ໄດ້ຍົກອອກຄຳຮຽກຮ້ອງ ໃນສະພາບການເມື່ອວັນທີ 24 ທັນວາ, ອັງກິດ ແລະ ອີຢູ ບັນລຸໄດ້ຂໍ້ຕົກລົງການຄ້າຫຼັງ Brexit, ພາຍຫຼັງດຳເນີນການເຈລະຈາຢ່າງເຄັ່ງຕຶ້ງເປັນເວລາເກືອບ 9 ເດືອນ.
ຂໍ້ຕົກລົງດັ່ງກ່າວ ໄດ້ຊ່ວຍໃຫ້ບັນດາວິສາຫະກິດສອງຝ່າຍ ມີສິດສຳຜັດກັບບັນດາຕະຫຼາດຂອງກັນຢ່າງສະດວກກ່ວາອີກ ເມື່ອທຽບກັບບັນດາຂໍ້ກຳນົດຂອງອົງການການຄ້າໂລກ (WTO), ຮັບປະກັນວ່າ ສິນຄ້າຊື້ຂາຍລະຫວ່າງສອງຝ່າຍ ບໍ່ຕ້ອງປະເຊີນໜ້າກັບໂຄຕາ ແລະ ອາກອນ. ນັບແຕ່ວັນທີ 1 ມັງກອນປີ 2021 ເປັນຕົ້ນໄປ, ຮົ້ວຄວບຄຸມເຂດຊາຍແດນ ແລະ ພາສີ ກໍ່ຈະຖືກສ້າງຂຶ້ນລະຫວ່າງອັງກິດ ແລະ ອີຢູ. ການຈໍລະຈອນສິນຄ້າລະຫວ່າງສອງຝ່າຍ ຕ້ອງໄດ້ກວດກາ, ຄວບຄຸມ ແລະ ເຮັດບັນດາລະບຽບການດ້ານພາສີທີ່ຈຳເປັນ.
ໄລຍະຂ້າມຜ່ານ Brexit ຈະສິ້ນສຸດໃນວັນທີ 31 ທັນວາທີ່ຈະມາເຖິງ. ນັບແຕ່ຫຼັງຈຸດເວລານີ້, ການພົວພັນລະຫວ່າງສອງຝ່າຍ ຈະປ່ຽນແປງຕາມທິດຈຳກັດກ່ວາເມື່ອທຽບກັບປະຈຸບັນ.






