ການແຫ່ຂະບວນເພື່ອແນໃສ່ຢຸດຕິສະພາບການຄຽດແຄ້ນຕໍ່ຊາວເຊື້ອຊາດ ອາຊີ (ພາບ: THX/TTXVN)

ເຖິງຢ່າງໃດກໍ່ຕາມ, ໜັງສືພິມໄດ້ເນັ້ນວ່າ ຈຳນວນຕົວເລກດັ່ງກ່າວພຽງແຕ່ແມ່ນຂໍ້ມູນທີ່ໄດ້ຮັບການປະກາດຈາກໜັງສືພິມ ແລະ ມີຫຼັກຖານຢ່າງຈະແຈ້ງ ກ່ຽວກັບການຄຽດແຄ້ນດ້ວຍສາຍເຫດເຊື້ອຊາດເຜົ່າພັນ” ໝາຍຄວາມວ່າ ອາດຈະມີຫຼາຍເຫດການກ່ວາອີກໃນຕົວຈິງ.

ອີງຕາມໝາກຜົນຂອງການສືບສວນ, ໜັງສືພິມໄດ້ໃຫ້ຂໍ້ສັງເຫດວ່າ “ຄວາມຄຽດຊັງຄືສາຍເຫດ ເຊິ່ງຍາກທີ່ຈະພິສູດໄດ້ກ່ຽວກັບດ້ານປະຫວັດສາດ”, ພ້ອມທັງຖືວ່າ ໝາກຜົນຂອງການສະຖິຕິອາດຈະແມ່ນສ່ວນໜຶ່ງຂອງສະພາບການໃຊ້ຄວາມຮຸນແຮງ ແລະ ກໍ່ຄວາມວຸ້ນວາຍຕໍ່ຊາວເຊື້ອຊາດອາຊີ ຕ້ອງປະເຊີນໜ້າໃນປີຜ່ານມາ, ຍ້ອນວ່າ ບັນຫາຄຽດຊັງ ເຄີຍໄດ້ຮັບການສະຖິຕິ ແລະ ລາຍງານຢ່າງບໍ່ຄົບຖ້ວນ ແລະ ພຽງແຕ່ບັນດາເຫດການຮ້າຍແຮງທີ່ສຸດ ຈຶ່ງດຶງດູດຄວາມສົນໃຈ.