ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ນຳໜ້າຄະນະໄປ ຖວາຍດອກໄມ້ ໄຕ້ທູບທຽນບູຊາ ອາໄລຫາບັນດາອະດີດການນຳພັກ, ລັດ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປຖວາຍດອກໄມ້ ໄຕ້ທູບທຽນບູຊາ ອາໄລຫາ ທ່ານເລຂາທິການໃຫຍ່ ຫງວຽນວັນລິງ, ອະດີດປະທານສະພາແຫ່ງລັດ, ອະດີດຮອງປະທານສະພາລັດຖະມົນຕີ, ອະດີດທີ່ປຶກສາຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫວໍຈີ້ກົງ. ຕໍ່ຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປຖວາຍດອກໄມ້ ໄຕ້ທູບທຽນບູຊາ ອາໄລຫາ ທ່ານພົນເອກ ເລດຶກແອງ, ອະດີດປະທານປະເທດ ແລະ ອະດີດນາຍົກລັດຖະມົນຕີ ຫວໍວັນກຽດ, ອະດີດນາຍົກລັດຖະມົນຕີ ຟານວັນຂາຍ .

ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປຖວາຍດອກໄມ້ ໄຕ້ທູບທຽນບູຊາ ອາໄລຫາ ນັກທະນາຍຄວາມ ຫງວຽນຮິ້ວເຖາະ ອະດີດ ຮັກສາການປະທານປະເທດ.