![]() ທ່ານນາງ ຟານທີຮົ່ງຊວນ ປະທານ ສະມາຄົມມິດຕະພາບຫວຽດນາມ - ອາຊີຕາເວັນອອກສ່ຽງໃຕ້ນະຄອນໂຮ່ຈິມິນກ່າວຄຳເຫັນທີ່ພິທີ |
(vovworld)- ວັນທີ 10/8, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ, ສະມາຄົມມິດຕະພາບຫວຽດນາມ - ອາຊີຕາເວັນອອກສ່ຽງໃຕ້ນະຄອນໂຮ່ຈິມິນ ໄດ້ຈັດພິທີສະເຫຼີມສະຫຼອງ 49 ປີແຫ່ງວັນສ້າງຕັ້ງອາຊຽນ(8/8/1967-8/8/2016). ກ່າວຄຳເຫັນທີ່ພິທີ, ທ່ານນາງ ຟານທີຮົ່ງຊວນ ປະທານ ສະມາຄົມມິດຕະພາບຫວຽດນາມ - ອາຊີຕາເວັນອອກສ່ຽງໃຕ້ນະຄອນໂຮ່ຈິມິນ ເນັ້ນໜັກວ່າ ຜ່ານ 49 ປີແຫ່ງການສ້າງຕັ້ງ ແລະ ຂະຫຍາຍຕົວ, ອາຊຽນໃນວັນນີ້ ໄດ້ກາຍເປັນພາກພື້ນສັນຕິພາບດ້ວຍປະຊາກອນກວ່າ 600 ລ້ານຄົນ, ມີພື້ນຖານເສດຖະກິດເຊື່ອມຈອດ ແລະ ເປັນເອກະພາບກັນ.






