ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ

(ພາບ: TTXVN)

ທ່ານ Toshimitsu Motegi ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ແລະ ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຈະໄດ້ເປັນປະທານກອງປະຊຸມ.

ໃນແຈ້ງການເມື່ອວັນທີ 8 ກໍລະກົດ, ກະຊວງການຕ່າງປະເທດຍີ່ປຸ່ນໃຫ້ຮູ້ວ່າທີ່ກອງປະຊຸມ, ບັນດາລັດຖະມົນຕີຈະປຶກສາຫາລືກ່ຽວກັບການຮ່ວມມືລະຫ່ວາງຍີ່ປຸ່ນ ກັບ 5 ປະເທດ ອະນຸພາກພື້ນແມ່ນ້ຳຂອງ ໃນຂົງເຂດການແພດ, ໃນນັ້ນມີບັນດາບັນຫາທີ່ກ່ຽວຂ້ອງເຖິງບັນດາພະຍາດຕິດແປດ, ແລະການເພີ່ມທະວີການພົວພັນດ້ານເສດຖະກິດຍີ່ປຸ່ນ - ແມ່ນ້ຳໃນໄລຍະຫຼັງ ໂລກລະບາດ Covid – 19.