ຄົນເຈັບທຸກຄົນລ້ວນແຕ່ໄດ້ແຍກຕົວປິ່ນປົວຢູ່ບັນດາຮາກຖານສາທາລະນະສຸກ ແລະ ມີອາການສຸຂະພາບເປັນປົກກະຕິ (ພາບ: VGP) |
ທັງໝົດ 8 ກໍລະນີເຫຼົ່ານັ້ນ ລ້ວນແຕ່ເຂົ້າເມືອງຫວຽດນາມ ໃນ 2 ອາທິດຜ່ານມາ, ໃນນັ້ນ ມີ 2 ຄົນ ເປັນແຂກທ່ອງທ່ຽວຕ່າງປະເທດ. ຄົນເຈັບທຸກຄົນລ້ວນແຕ່ໄດ້ແຍກຕົວປິ່ນປົວຢູ່ບັນດາຮາກຖານສາທາລະນະສຸກ ແລະ ມີອາການສຸຂະພາບເປັນປົກກະຕິ.
ແລະ ກໍໃນຄ່ຳຄືນວັນທີ 18 ມີນາ, ກະຊວງສາທາລະນະສຸກຫວຽດນາມ ກໍໄດ້ປະກາດວ່າ ໄດ້ຢັ້ງຢືນບັນດາຖ້ຽວບິນທີ່ມີແຂກທ່ອງທ່ຽວຕິດໂລກລະບາດ Covid-19, ລວມມີ: ຖ້ຽວບິນ MI632 ຂອງບໍລິສັດການບິນ Silkair ຈາກ ສິງກະໂປ ມາຍັງ ດ່າໜັງ ໃນວັນທີ 14 ມີນາ 2020 ແລະ ຖ້ຽວບິນ VN54 ຂອງບໍລິສັດການບິນ Vietnam Airlines ແຕ່ ລອນດອນ ມາ ຮ່າໂນ້ຍ ໃນວັນທີ 13 ມີນາ 2020.
ກະຊວງສາທາລະນະສຸກ ຫວຽດນາມ ກໍສະເໜີໃຫ້ບັນດາຜູ້ໂດຍສານທັງໝົດໃນບັນດາຖ້ຽວບິນດັ່ງກ່າວ ຕ້ອງຕິດຕໍ່ກັບສູນຄວບຄຸມພະຍາດຂອງບັນດາແຂວງ, ນະຄອນໃນທັນທີ ເພື່ອແນະນຳການຕິດຕາມສຸຂະພາບ.






