ທ່ານ Mario Centeno ປະທານກຸ່ມ Eurogroup ກ່າວຄຳເຫັນທີ່ກອງປະຊຸມ(ພາບ: AFP/TTXVN)

ກ່າວຄຳເຫັນທີ່ກອງປະຊຸມໂດຍກົງທາງເຄືອຂ່າຍອິນເຕີແນັດຂອງ ລັດຖະມົນຕີການເງິນບັນດາປະເທດທີ່ນຳໃຊ້ສະກຸນເງິນລວມເອີຣົບ (Eurozone), ທ່ານ Centeno ເນັ້ນໜັກເຖິງບັນດາປະເທດເອີຣົບລ້ວນແຕ່ຮັບຮູ້ໄດ້ວ່າ ໂລກລະບາດ Covid -19 ຍັງບໍ່ເຖິງຈຸດສູງສຸດ. ດັ່ງນັ້ນ, ບັນດາມາດຕະການໃນປັດຈຸບັນເຊິ່ງບັນດາປະເທດເອີຣົບ ຍົກອອກມາເພື່ອແນໃສ່ສະກັດກັ້ນໂລກລະບາດແມ່ນມາດຕະການຊົ່ວຄາວໃນການຮັບມືອັນຍາວນານນີ້. ຕາມທ່ານແລ້ວ, ບັນດາມາດຕະການສະກັດກັ້ນໂລກລະບາດແບບບັງຄັບຄືໃນປັດຈຸບັນພວມເຮັດໃຫ້ພື້ນຖານເສດຖະກິດຂອງບັນດາປະເທດເອີຣົບຕົກເຂົ້າສູ່ໄລຍະຄືໄລຍະສົງຄາມ.