ເຂດຕັ້ງຖິ່ນຖານ Mechola ຢູ່ຮ່ອມພູ Jordan ເຂດຝັ່ງຕາເວັນຕົກ (ພາບ: AFP/TTXVN) |
ທ່ານ Nabil Abu Rudeineh ໂຄສົກຂອງທ່ານ Mahmoud Abbas ປະທານາທິບໍດີ ປາແລັດສະຕິນໄດ້ຊີ້ແຈ້ງວ່າ ປາແລັດສະຕິນ ຍັງບໍ່ທັນມີການປ່ຽນແປງຫຼັກໝັ້ນກ່ຽວກັບການພົວພັນກັບອຳນາດການປົກຄອງຂອງອາເມລິກາໃນປັດຈຸບັນກໍ່ຄືຂອງອິດສະລາແອັນ. ທ່ານ Abu Rudeineh ອີກຄັ້ງໜຶ່ງຢັ້ງຢືນວ່າ ການນຳປາແລັດສະຕິນ ຄັດຄ້ານບັນດາການເຄື່ອນໄຫວໂຮມເຂົ້າດິນແດນຂອງອິດສະລາແອັນ ແລະ ທ່ານກໍ່ເນັ້ນໜັກວ່າ ບັນດາແຜນການໂຮມດິນແດນໃນຄັ້ງດຽວ ຫຼື ຕາມໄລຍະລ້ວນແຕ່ແມ່ນ “ບັນຫາຫຼັກການ”.







