ເຂດຕັ້ງຖິ່ນຖານຄົງທີ່ຂອງຊາວຢິວ Pisgat Zeev ແລະ ເຂດຕັ້ງຖິ່ນຖານຄົງທີ່ຂອງຊາວປາແລັດສະຕິນ ຢູ່Jerusalem (ພາບ: AFP/TTXVN)

ວັນທີ 5 ກໍລະກົດ, ທ່ານ Saeb Erekat ເລຂາທິການໃຫຍ່ ອົງການປົດປ່ອຍ ປາແລັດສະຕິນ, ໃຫ້ຮູ້ວ່າ ປາແລັດສະຕິນໄດ້ຂົນຂວາຍບາງປະເທດໃນສະມັດຊາໃຫຍ່ ສປຊ ສ້າງສະຫະພັນສາກົນເພື່ອຕ້ານຄືນແຜນການຂອງອິດສະລາແອັນໂຮມເຂດຝັ່ງຕາເວັນຕົກເຂົ້າດິນແດນຂອງຕົນ. ສະຫະພັນສາກົນຈະບັງຄັບອິດສະລາແອັນຕ້ອງມີຄວາມຮັບຜິດຊອບ ຖ້າຫາກວ່າ ອິດສະລາແອັນ ຍັງຄົງດຳເນີນແຜນການດັ່ງກ່າວ.

ແຜນການໂຮມເຂດຕັ້ງຖິ່ນຖານຂອງຊາວຢິວ ຢູ່ເຂດຝັ່ງຕາເວັນຕົກ ແລະ ເຂດຮ່ອມພູ ຈໍແດນ ຂອງ ອິດສະລາແອັນ ຈະເລີ່ມຕົ້ນໃນເດືອນກໍລະກົດ. ອິດສະລາແອັນ ມີແຜນການໂຮມເນື້ອທີ່ຂອງເຂດຝັ່ງຕາເວັນຕົກກ່ວາ 30% ລວມມີເຂດຮ່ວມພູ ຈໍແດນ. ພ້ອມທັງມີແຜນການຈັດວາງອະທິປະໄຕໃສ່ເຂດຕັ້ງຖິ່ນຖານຂອງຊາວຢິວບາງແຫ່ງຢູ່ເຂດດັ່ງກ່າວ.