ທ່ານ ຫງວຽນຮ່ວາຍເຢືອງ ເອກອັກຄະລັດຖະທູດ ຫວຽດນາມ ອວຍພອນ ທ່ານ Laurentino Cortizo Cohen ປະທານາທິບໍດີ ປານາມາ (ພາບ: ສະຖານທູດ ຫວຽດນາມປະຈຳເມັກຊິກໂກ)

ທີ່ການຕ້ອນຮັບທ່ານ ຫງວຽນຮ່ວາຍເຢືອງ ເອກອັກຄະລັດຖະທູດ ຫວຽດນາມປະຈຳ ເມັກຊິກໂກ ທັງຄວບຕຳແໜ່ງຮັບຜິດຊອບ ປານາມາ, ທູດພິເສດຂອງທ່ານປະທານປະເທດ ຫວຽດນາມເຂົ້າຢ້ຽມອວຍພອນເນື່ອງໃນໂອກາດພິທີຮັບຕຳແໜ່ງຢູ່ສູນກອງປະຊຸມ Atlapa ຢູ່ນະຄອນຫຼວງ ຂອງ Panama, ທ່ານ Laurentino Cortizo Cohen ປະທານາທິບໍດີ ປານາມາ ຄົນໃໝ່ໄດ້ສະແດງຄວາມປາດຖະໜາຢາກຮຽນເອົາບົດຮຽນໃນການພັດທະນາຂອງ ຫວຽດນາມ.

ທ່ານ ຫງວຽນຮ່ວາຍເຢືອງ ໄດ້ສົ່ງບັນດາຄຳອວຍພອນອັນດີງາມທີ່ສຸດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ເຖິງທ່ານປະທານາທິບໍດີ, ປາດຖະໜາວ່າ ລັດຖະບານ ແລະ ປະຊາຊົນ ປານາມາ ພາຍໃຕ້ການນຳພາ ຂອງທ່ານ Laurentino Cortizo Cohen ຈະບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງ, ປະເທດ ປານາມາ ອ້າຍນ້ອງຈະນັບມື້ນັບ ຈະເລີນຮຸ່ງເຮືອງ ແລະ ການພົວພັນມິດຕະພາບການ, ຮ່ວມມືລະຫວ່າງ ຫວຽດນາມ ແລະ ປານາມາ ຈະໄດ້ຮັບການປັບປຸງ ແລະ ພັດທະນາຢ່າງແຮງກ່ວາອີກໃນທຸກໆຂົງເຂດ.