ທ່ານນາຍົກລັດຖະມົນຕີ ລັດເຊຍ M.Mishustin ໄປປ່ອນບັດ

ຄະນະກຳມະການເລືອກຕັ້ງສູນກາງ ລັດເຊຍ ໄດ້ຍົກອອກໝາກຜົນການນັບບັດເບື້ອງຕົ້ນວ່າ ມີປະຊາຊົນ ລັດເຊຍ ເກືອບ 73% ໄດ້ເຫັນດີກ່ຽວກັບການປັບປຸງລັດຖະທຳມະນູນ, ເກືອບ 26% ແມ່ນຄັດຄ້ານ.

ເມື່ອມີໝາກຜົນສຸດທ້າຍແລ້ວ, ຖ້າກົດໝາຍວ່າດ້ວຍການປັບປຸງລັດຖະທຳມະນູນ ໄດ້ຮັບບັດສະໜັບສະໜູນກ່ວາ 50% ນັ້ນ ບັນດາການປັບປຸງກໍ່ຈະມີຜົນສັກສິດໃນວັນເວລາປະກາດ.