ປະທານສະພາແຫ່ງຊາດ ຫງວຽນທິກິມເງີນລົງພົບປະກັບຜູ້ມີສິດເລືອກຕັ້ງຢູ່ ເກີນເທີ
04/05/2016 11:53
(vovworld)- ວັນທີ 4/5, ທ່ານນາງຫງວຽນທິກິມເງີນ ປະທານສະພາແຫ່ງຊາດຫວຽດນາມພ້ອມກັບຜູ້ອອກສະໝັກຮັບເລືືອກຕັ້ງເປັນ ສ.ສ.ຊ 4 ທ່ານ
ທ່ານນາງຫງວຽນທິກິມເງີນ ປະທານສະພາແຫ່ງຊາດ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງຢູ່ ເກີນເທີ (vovworld)- ວັນທີ 4/5, ທ່ານນາງຫງວຽນທິກິມເງີນ ປະທານສະພາແຫ່ງຊາດຫວຽດນາມພ້ອມກັບຜູ້ອອກສະໝັກຮັບເລືືອກຕັ້ງເປັນ ສ.ສ.ຊ 4 ທ່ານ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງຢູ່ ເກີນເທີ. ເມື່ອສະເໜີໂຄງການດຳເນີນງານຂອງຕົນຕໍ່ໜ້າຜູ້ມີສິດເລືອກຕັ້ງຢູ່ເມືອງນິງກຽວ, ທ່ານນາງຫງວຽນທິກິມເງີນ ປະທານສະພາແຫ່ງຊາດຫວຽດນາມ ຊີ້ແຈ້ງວ່າ ຈະປະຕິບັດ 3 ພາລະບົດບາດຂອງ ສ.ສ.ຊ ນັ້ນແມ່ນເຂົ້າຮ່ວມການສ້າງລັດຖະທຳມະນູນ ແລະ ກົດໝາຍ, ເຂົ້າຮ່ວມຕັດສິນບັນຫາສຳຄັນຂອງປະເທດຊາດ, ຕິດຕາມກວດກາສູງສຸດສຳລັບການປະຕິບັດກົດໝາຍ ແລະ ມະຕິຂອງສະພາແຫ່ງຊາດ, ການປະຕິບັດກົດໝາຍຢູ່ຂະແໜງການຂັ້ນຕ່າງໆ. ເມື່ອເນັ້ນໜັກເຖິງບັນດາໜ້າທີ່ຈຸດສຸມໃນໄລຍະທີ່ຈະມາເຖິງ, ທ່ານນາງຫງວຽນທິກິມເງີນ ປະທານສະພາແຫ່ງຊາດຫວຽດນາມ ໃຫ້ຮູ້ວ່າ : “ ນອກຈາກວຽກງານລວມຂອງສະພາແຫ່ງຊາດ, ຂ້າພະເຈົ້າພ້ອມກັບບັນດາຜູ້ອອກສະໝັກຮັບເລືືອກຕັ້ງເປັນ ສ.ສ.ຊ ຄົ້ນຄ້ວາລະອຽດກ່ຽວກັບມະຕິກ່ຽວກັບການພັດທະນາເສດຖະກິດ-ສັງຄົມຂອງເກີນເທີ ເພື່ອກຳແໜ້ນສະພາບການຢູ່ທ້ອງຖິ່ນຕ່າງໆທີ່ເຮົາອອກສະໝັກຮັບເລືອກຕັ້ງ, ແລະ ເມື່ອກາຍເປັນ ສ.ສ.ຊ ແລ້ວ, ພວກຂ້າພະເຈົ້າຈະເຂົ້າຮ່ວມພ້ອມກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນເພື່ອເຮັດແນວໃດປະຕິບັດສຳເລັດບັນດາເປົ້າໝາຍທີ່ໄດ້ວາງອອກ ”
TAG
vovworld/ສະພາແຫ່ງຊາດ
Related
More






