ຜັນຂະຫຍາຍການປະຕິບັດກົດໝາຍວ່າດ້ວຍການເຂົ້າ-ອອກເມືອງ, ຜ່ານແດນ, ພັກເຊົາ (ພາບ: TTXVN)

ແຜນການໄດ້ກຳນົດໂດຍລະອຽດກ່ຽວກັບເນື້ອໃນວຽກງານ, ເວລາ, ຄວາມຄືບໜ້າໃນການສ້າງບັນດາເອກະສານກຳນົດລະອຽດ, ຄຳແນະນຳໃຫ້ສຳເລັດ; ຈັດແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງ ແລະ ກົນໄກສົມທົບກັນລະຫວ່າງອົງການຈັດຕັ້ງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ; ຍົກສູງຄວາມຮັບຮູ້ ແລະ ຄວາມຮັບຜິດຊອບໃນການຜັນຂະຫຍາຍການປະຕິບັດກົດໝາຍໃຫ້ແກ່ບຸກຄົນ, ອົງການຈັດຕັ້ງ. ໄລຍະເວລາປະຕິບັດແຜນການດັ່ງກ່າວ ແມ່ນໃນປີ 2020 ແລະ ຊຸມປີຕໍ່ໄປ.