PVN ຜັນຂະຫຍາຍບັນດາມາດຕະການຜ່ານຜ່າຄວາມຫຍຸ້ງຍາກໃນການຜະລິດດຳເນີນທຸລະກິດ (ພາບ: PVN)

ຕາມບົດລາຍງານຂອງບັນດາຫົວໜ່ວຍແລ້ວ, ໃນເດືອນທຳອິດຂອງປີ 2020, ບັນດາຫົວໜ່ວຍສະມາຊິກ ໄດ້ປະຕິບັດສຳເລັດໂດຍພື້ນຖານ ແລະ ເປັນຢ່າງດີບັນດາຄາດໝາຍ, ແຜນການທີ່ຮັບມອບໝາຍ. ຮັບຮູ້ບັນດາຄຳເຫັນຂອງບັນດາຫົວໜ່ວຍສະມາຊິກ, ທ່ານ ເລແມ້ງຮຸ່ງ ຜູ້ອຳນວຍການໃຫຍ່ PVN ໄດ້ຮຽກຮ້ອງໃຫ້ບັນດາຫົວໜ່ວຍສືບຕໍ່ຕິດຕາມການຜັນແປສະພາບການຢ່າງໃກ້ຊິດ, ເປັນເຈົ້າການຍົກອອກບັນດາການຄາດຄະເນ, ຕີລາຄາ, ບົນພື້ນຖານຂອງແຜນການທີ່ໄດ້ຮັບການມອບໝາຍ, ເພື່ອມີບັນດາມາດຕະການ, ວິທີການລະອຽດທັງໃນໄລຍະສັ້ນກໍ່ຄືໄລຍະຍາວ.