:ທ່ານ ຫງວຽນແມັງໂຮ່, CEO Viet Solutions 2020 ຕອບຄຳຖາມຂອງບັນດາຜູ້ແທນເຂົ້າຮ່ວມພິທີ່ ປຸກລະດົມ (ພາບ: TTXVN)

ການເສັງແມ່ນເພື່ອແນໃສ່ຊອກຫາບັນດາວິທີການແກ້ໄຂໃຫ້ແກ່ຂະບວນການຫັນເປັນດີຈີຕອນແຫ່ງຊາດ, ຊ່ວຍໃຫ້ຫວຽດນາມນຳໜ້າໃນກິດຈຳການຫັນເປັນດີຈີຕອນ, ຈາກນັ້ນສາມາດປ່ຽນແປງອັນລຳດັບ, ກາຍເປັນປະເທດພັດທະນາ, ວັດທະນາຖາວອນ.

ການເສັງແມ່ນການ ເຊື່ອມຕໍ່ ລະຫວ່າງ ບັນດາຝ່າຍລວມມີ: ອົງການຄຸ້ມຄອງລັດ, ບັນດາວິສາຫະກິດຂະໜາດໃຫຍ່, ບັນດາກຸ່ມ, ອົງການຈັດຕັ້ງ, ວິສາຫະກິດທີ່ມີຜະລິດຕະພັນ, ມີວິທີການປະດິດຄິດສ້າງ ພ້ອມກັນຊອກຫາບັນດາວິທີການປະດິດຄິດສ້າງເພື່ອໜູນຊ່ວຍແກ້ໄຂບັນດາບັນຫາສັງຄົມ, ປະກອບສ່ວນປະຕິບັດຍຸດທະສາດຫັນເປັນດີຈີຕອນແຫ່ງຊາດ.