ນເລຂາທິການໃຫຍ່ ສປຊ Antonio Guterres (ພາບ: TTXVN) |
ຕາມທ່ານ Antonio Guterres ແລ້ວບັນດາຜົນກະທົບຂອງການປ່ຽນແປງດິນຟ້າອາກາດ, ການເສຍຄວາມຫຼາກຫຼາຍຂອງຊີວະນາໆພັນ ແລະ ມົນລະພິດ ພວມຮູ້ສຶກໄດ້ຢ່າງຈະແຈ້ງໃນທົ່ວໂລກ, ມີຜົນສະທ້ອນຕໍ່ສິ່ງແວດລ້ອມ, ການຫາເງິນລ້ຽງຊີບ ແລະ ການດຳລົງຊີວິດຂອງມວນມະນຸດ. ທ່ານເລຂາທິການໃຫຍ່ ສປຊ ເນັ້ນໜັກວ່າ ຖ້າກອງປະຊຸມຮັບຮອງເອົາຂໍ້ຕົກລົງ ທີ່ແຮງກ້າ ແລະ ມີຄວາມມຸ່ງມາດປາດຖະໜາ”, ໂລກອາດຈະບັນລຸໄດ້ບາດກ້າວຄຳສັນ, ຕ່າວປິ້ນທ່າອ່ຽງນີ້ ແລະ ປົກປັກຮັກສາຄວາມສະອາດຂອງບັນດາມະຫາສະໝຸດໃຫ້ແກ່ຄົນລຸ້ນຕໍ່ໆໄປ.








