ເມື່ອກ່າວຄຳເຫັນທີ່ພິທີ, ທ່ານ ບຸ່ຍແທງເຍິນ, ປະທານສະຫະພັນແຮງງານ ນະຄອນ ໂຮ່ຈີມິນ ໄດ້ເນັ້ນໜັກວ່າ ກຳມະບານທຸກຂັ້ນພວມມານະພະຍາຍາມເຊື່ອມຊຶມຈິດໃຈຄຳຊີ້ນຳຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໃນງານພົບປະກັບກຳມະກອນນະຄອນ ທີ່ວ່າ: ເລື່ອງເບິ່ງແຍງດູແລຜູ້ອອກແຮງງານບໍ່ພຽງແຕ່ຢຸດຢູ່ການໜູນຊ່ວຍໃນສະເພາະໜ້າເທົ່ານັ້ນ, ຫາກຍັງຕ້ອງສ້າງວຽກເຮັດງານທຳທີ່ຖາວອນ, ຍົກສູງລາຍຮັບ ແລະ ປົວແປງເງື່ອນໄຂດຳລົງຊີວິດ, ຊ່ວຍໃຫ້ເຂົາເຈົ້າມີຄວາມອຸ່ນອ່ຽນໃຈຜູກພັນຢ່າງຍາວນານ.
ທ່ານ ບຸ່ຍແທັງເຍິນ, ປະທານສະຫະພັນແຮງງານ ນະຄອນ ໂຮ່ຈີມິນ, ໃຫ້ຮູ້ວ່າ:
“ສະຫະພັນແຮງງານນະຄອນ ໄດ້ສ້າງບັນດາການເຄື່ອນໄຫວດ້ວຍບັນດາເປົ້າໝາຍ, ຄາດໝາຍທີ່ລະອຽດ, ຈະຜັນຂະຫຍາຍຢ່າງກວ້າງຂວາງໃນລະບົບກຳມະບານ. ພວກຂ້າພະເຈົ້າປາດຖະໜາວ່າ ນັບແຕ່ເດືອນກຳມະບານ, ບັນດາການເຄື່ອນໄຫວທັງໝົດຈະໄດ້ຮັບການຜັນຂະຫຍາຍຕະຫຼອດປີ. ດ້ວຍທິດນຳທີ່ວ່າ ມຸ່ງໄປເຖິງຂັ້ນຮາກຖານ, ມຸ່ງໄປເຖິງເປົ້າໝາຍສະມາຊິກກຳມະບານທີ່ມີຄວາມສ່ຽງສູງກວ່າເພິ່ນ, ມີສະພາບປະສົບກັບຄວາມຫຍຸ້ງຍາກ, ພວກຂ້າພະເຈົ້າ ໃຫ້ການເບິ່ງແຍງດູແລຢ່າງກວ້າງຂວາງກວ່າ ດ້ວຍຫຼາຍຮູບແບບກວ່າເກົ່າ”.
ເນື່ອງໃນໂອກາດນີ້, ຕອນຄ່ຳວັນທີ 28 ເມສາ, ຢູ່ຮ່າໂນ້ຍ ກໍ່ໄດ້ດຳເນີນລາຍການສະເຫຼີມສະຫຼອງວັນກຳມະກອນສາກົນຄົບຮອບ 140 ປີ, ຜັນຂະຫຍາຍບັນດາກິດຈະກຳເດືອນກຳມະກອນປີ 2026 ແລະ ລາຍການສະແດງສິລະປະ “ບົດເພງແຮງງານດັງກ້ອງຕະຫຼອດໄປ”.




