ກ່າວຄຳເຫັນທີ່ພິທີໄຂກອງປະຊຸມຂັ້ນສູງເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນຮັບຮອງເອົາຖະແຫຼງການ ແລະ ໂຄງການກະທຳ Durban, ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ໃຫ້ຮູ້ວ່າ ສປຊ ໄດ້ນຳພາດ້ວຍເປົ້າໝາຍງ່າຍດາຍແຕ່ເລິກເຊິ່ງນັ້ນແມ່ນຊ່ວຍສ້າງໂລກແຫ່ງສັນຕິພາບ, ມີຄວາມຍຸຕິທຳ ແລະ ມີຄວາມສະເໝີພາບກວ່າ, ບ່ອນທີ່ກຽດສັກສິດ ແລະ ສິດຂອງແຕ່ລະຄົນໄດ້ຮັບການເຄົາລົບນັບຖື. ທ່ານ ເລຂາທິການໃຫຍ່ ສປຊ ຮຽກຮ້ອງໃຫ້ບັນດາລັດຖະບານເພີ່ມທະວີ ແລະ ປະຕິບັດກົດໝາຍວ່າດ້ວຍການຕ້ານການຈຳແນກເຊື້ອຊາດຜິວພັນ ແລະ ຄວາມສະເໝີພາບ, ກໍ່ຄືບັນດາກົນໄກປະຕິບັດຢ່າງມີປະສິດທິຜົນ. ຕາມທ່ານ ເລຂາທິການໃຫຍ່ ສປຊ ແລ້ວ, ໄພຈຳແນກເຊື້ອຊາດຜິດພັນ ໃນປະຈຸບັນຍັງແຜ່ລະບາດຢ່າງຮຸນແຮງກວ່າກ່ອນນີ້ 25 ປີ, ເມື່ອຖະແຫຼງການ ແລະ ໂຄງການກະທຳ Durban ໄດ້ຮັບການຮັບຮອງເອົາ. ໂລກຕ້ອງປະເຊີນໜ້າກັບບັນດາຜົນຕາມມາຂອງລະບົບຂ້ອຍຂ້າ, ລັດທິຫົວເມືອງຂຶ້ນ ແລະ ການຈຳແນກເຊື້ອຊາດຜິດພັນ ແລະ ຕ້ອງຮັບຮອງເອົາບັນດາມາດຕະການລະອຽດເພື່ອນຳມາເຊິ່ງຄວາມຍຸຕິທຳ ການແກ້ໄຂຕ້ອງອີງຕາມກົດໝາຍວ່າດ້ວຍສິດທິມະນຸດສາກົນ.
ສປຊ ຮຽກຮ້ອງສາມັກຄີ ແລະ ມີການກະທຳເພື່ອແກ້ໄຂບັນຫາຈຳແນກເຊື້ອຊາດຜິດພັນ
29/09/2026 07:49
[VOVWORLD] - ວັນທີ 28 ກັນຍາ, ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ໄດ້ຮຽກຮ້ອງບັນດາປະເທດສະມາຊິກສາມັກຄີ ແລະ ມີການກະທຳລະອຽດເພື່ອຕ້ານບັນຫາຈຳແນກເຊື້ອຊາດຜິວພັນ.
TAG
VOV/VOVWORLD/ສປຊ/ສາມັກຄີ/ການກະທຳ/ການຈຳແນກເຊື້ອຊາດຜິດພັນ
Related




