ສະພາຄວາມໝັ້ນຄົງປສຊຈັດກອງປະຊຸມກ່ຽວກັບຂໍ້ສະເຫນີຂອງລັດເຊຍສຳລັບຊີຣີ
12/09/2013 09:03
(vovworld)- ວັນທີ 11/9 ຜູ້ຕາງຫນ້າຂອງ 5 ປະເທດສະມາຊິກປະຈຳສະພາຄວາມໝັ້ນຄົງ ສປຊ...

ພາບປະກອບ:internet (vovworld)- ວັນທີ 11/9 ຜູ້ຕາງຫນ້າຂອງ 5 ປະເທດສະມາຊິກປະຈຳສະພາຄວາມໝັ້ນຄົງ ສປຊ ຊື່ງລວມມີ: ອາເມລິກາ, ອັງກິດ, ຈີນ, ຝລັ່ງ ແລະ ລັດເຊຍ ໄດ້ດຳເນີນກອງປະຊຸມຢູ່ສຳນັກງານ ສປຊ ຢູ່ ນະຄອນ ນິວຢອກ ສະຫະລັດອາເມລິກາເພື່ອປຶກສາຫາລືກ່ຽວກັບຂໍ້ສະເຫນີຂອງລັດເຊຍ ຕັ້ງສາງອາວຸດເຄມີຂອງປະເທດນີ້ ພາຍໃຕ້ການຄວບຄຸມຂອງປະຊາຄົມສາກົນ. ຕາມແຫລ່ງຂ່າວທາງການທູດ, ໃນບັນດາຫົວເລື່ອງຊື່ງ 5 ປະເທດສະມາຊິກປະຈຳສະພາຄວາມໝັ້ນຄົງ ສປຊ ມີຮ່າງມະຕິໂດຍ ຝລັ່ງ ສະເຫນີ, ໃນນັ້ນມີຄຳຂາດບັງຄັບໃຫ້ປະທານາທິບໍດີ ຊີຣີ Bashar Al Assad ຕ້ອງປະລະສາງອາວຸດເຄມີ ຫລື ຈະປະເຊີນຫນ້າກັບບັນດາມາດຕະການລົງໂທດ. ເຖິງຢ່າງໃດກໍຕາມ, ຮ່າງມະຕິດັ່ງກ່າວພວມຖືກ ລັດເຊຍ ຄັດຄ້ານ. ໃນຂະນະນັ້ນ, ຫລາຍປະເທດສືບຕໍ່ສະແດງຄວາມຊົມເຊີຍເລື່ອງລັດເຊຍ ສະເຫນີ ຕັ້ງສາງອາວຸດເຄມີຂອງຊີຣີ ພາຍໃຕ້ການຄວບຄຸມຂອງປະຊາຄົມສາກົນ. ສ່ວນທ່ານ Alexei Pushkov ປະທານຄະນະກຳມາທິການການຕ່າງປະເທດ ຂອງສະພາຕຳ່ລັດເຊຍ ໄດ້ຖະແຫລງວ່າ: ປະເທດນີ້ ມີພະຍານຫລັກຖານກ່ຽວກັບເລື່ອງຝ່າຍຄ້ານຢູ່ ຊີຣີ ກຳມະສິດ ແລະ ນຳໃຊ້ ອາວຸດເຄມີ.
TAG
(vovworld)vov/ພະຍານຫລັກຖານ
Related




