ທ່ານປ. ຫງວຽນມິງຫວູ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາເຕັມ ແຫ່ງ. ຫວຽດນາມ ປະຈຳສະຫະພັນເຢຍລະມັນ ແລະ ທ່ານນາງ . Gabriele Andretta ປະທານລັດຖະສະພາ Niedersachsen (ພາບ: TTXVN)

ໃນການຕ້ອນຮັບທ່ານປ.ອ ຫງວຽນມິງຫວູ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງສ.ສ ຫວຽດນາມ ປະຈຳສະຫະພັນເຢຍລະມັນ ຢູ່ສຳນັກງານລັດຖະສະພາລັດ Niedersachsen, ທ່ານນາງ ປ.ອ Gabriele Andretta ປະທານລັດຖະສະພາ ລັດດັ່ງກ່າວ ໄດ້ສະແດງຄວາມປາດຖະໜາຢາກຊຸກຍູ້ການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດທີ່ມີທ່າແຮງຄື ການຄົ້ນຄ້ວາ ແລະ ການບຳລຸງສ້າງອາຊີບ. ພ້ອມທັງສະແດງຄວາມປະທັບໃຈກ່ຽວກັບການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມໃນໄລຍະທີ່ຜ່ານມາ, ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງ Niedersachsen ແລະ ຫວຽດນາມ, ເປັນຕົ້ນແມ່ນໃນຂົງເຂດຄົ້ນຄ້ວາ ແລະ ພົວພັນແລກປ່ຽນວັດທະນະທຳລະຫວ່າງ ສອງຝ່າຍ.

ສ່ວນປະຊາຄົມ ຊາວ ຫວຽດນາມ ຢູ່ ລັດ Niedersachsen, ທ່ານນາງ Gabriele Andrettaໄດ້ຢັ້ງຢືນວ່າ ອຳນາດການປົກຄອງລັດຍາມໃດກໍ່ສ້າງຂອບນິຕິກຳທີ່ສະດວກເພື່ອໃຫ້ປະຊາຄົມຊາວຫວຽດນາມກໍ່ຄືບັນດາປະຊາຄົມຊາວຕ່າງປະເທດທີ່ອາໄສຢູ່ລັດ Niedersachsenໄດ້ມີການເຊື່ອມຕົວເຂົ້າກັບສັງຄົມປະຈຳຖິ່ນ, ປະກອບສ່ວນໃຫ້ແກ່ການດຳເນີນຊີວິດທາງດ້ານເສດຖະກິດ - ສັງຄົມ, ກໍ່ຄືຄວາມຫຼາກຫຼາຍຮູບແບບດ້ານວັດທະນະທຳ ຂອງລັດ.