ຕອນບ່າຍວັນທີ 27 ພຶດສະພາ ຕາມເວລາທ້ອງຖິ່ນ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດສະໜາມບິນສາກົນ ອຸດອນ ທານີ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ລາຊະອານາຈັກ ໄທ ຢ່າງເປັນທາງການ ແຕ່ວັນທີ 27 ຫາວັນທີ 29 ພຶດສະພາຕາມຄຳເຊື້ອເຊີນຂອງທ່ານ ອະນຸທິນ ຊານວິຣະກູນ ນາຍົກລັດຖະມົນຕີ ໄທ ແລະ ພັນລະຍາ.
ພາຍຫຼັງເດີນທາງຮອດສະໜາມບິນສາກົນ ອຸດອນ ທານີ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄປຖະຫວາຍທູບທຽນ ອາໄລຫາປະທານ ໂຮ່ຈີມິນ ຢູ່ເຂດປູຊະນີຍະສະຖານປະທານ ໂຮ່ຈີມິນ.
ໃນຕອນບ່າຍຂອງວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມີການພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ໄທ.






