ເຫດການດັ່ງກ່າວ ໂດຍກະຊວງສາທາລະນະສຸກ ຫວຽດນາມ ສົມທົບກັບຄະນະກຳມະການປະຊາຊົນແຂວງ ກວາງນິງ ຈັດຂຶ້ນ.
ເມື່ອກ່າວຄຳເຫັນທີ່ພິທີ, ທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດ ຫວຽດນາມ ເນັ້ນໜັກວ່າ:
“ບໍ່ອາດປະໃຫ້ເດັກຫວຽດນາມ 26 ລ້ານຄົນ ກ້າວເຂົ້າສູ່ສະພາບແວດລ້ອມດີຈີຕອນ ໂດຍຂາດການຮ່ວມເດີນທາງ, ການກຳນົດທິດ ແລະ ແລວການປ້ອງກັນຄວາມປອດໄຟ ຕໍ່ກັບບັນດາຜົນກະທົບທີ່ຫຍໍ້ທໍ້. ດັ່ງນັ້ນ, ເລື່ອງບຳລຸງທັກສະດີຈີຕອນ, ທັກສະດຳລົງຊີວິດໃນສະພາບແວດລ້ອມດີຈີຕອນໃຫ້ແກ່ເດັກ ແມ່ນມີຄວາມຈຳເປັນທີ່ສຸດ. ໃນໄລຍະຈະມາເຖິງ, ຕ້ອງສຸມໃສ່ຜັນຂະຫຍາຍບັນດາມາດຕະການປົກປ້ອງເດັກຢ່າງຄົບຊຸດໃນສະພາບແວດລ້ອມທາງໄຊເບີ. ຂະແໜງການສຶກສາ ແລະ ບັນດາອົງການທີ່ມີໜ້າທີ່ຕ້ອງເພີ່ມທະວີການສຶກສາບັນດາທັກສະດັ່ງກ່າວໃຫ້ແກ່ເດັກ”.
ກ່ອນໜ້ານັ້ນ, ທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດ ຫວຽດນາມ ແລະ ຄະນະປະຕິບັດງານ ກໍ່ໄດ້ມາຢ້ຽມຢາມ, ມອບທຶນການສຶກສາ ແລະ ຂອງຂວັນໃຫ້ແກ່ເດັກ 54 ຄົນ ທີ່ພວມໄດ້ຮັບການລ້ຽງດູຢູ່ສູນຊ່ວຍໜູນສັງຄົມແຂວງ ກວາງນິງ.








