ທ່ານ ເວືອງດິ່ງເຫວ້ ສາບານຕົວເຂົ້າຮັບດຳລົງຕຳແໜ່ງເປັນປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ (ພາບ: baochinhphu.vn)

ກ່າວຄຳເຫັນພາຍຫຼັງພິທີສາບານຕົວເຂົ້າຮັບດຳລົງຕຳແໜ່ງ, ທ່ານ ເວືອງດິ່ງເຫວ້ ຢັ້ງຢືນວ່າ:

“ໃນຖານະເປັນປະທານສະພາແຫ່ງຊາດ, ຂ້າພະເຈົ້າຈະເຮັດຈົນສຸດຄວາມສາມາດຂອງຕົນ ພ້ອມກັບສະມາຊິກທັງໝົດໃນຄະນະປະຈຳສະພາແຫ່ງຊາດ, ບັນດາອົງການຈັດຕັ້ງຂອງສະພາແຫ່ງຊາດ, ບັນດາອົງການຂອງຄະນະປະຈຳສະພາແຫ່ງຊາດ ແລະ ບັນດາສະມາຊິກສະພາແຫ່ງຊາດ ສືບທອດ, ເສີມຂະຫຍາຍມູນເຊື້ອອັນດີງາມ ແລະ ຜົນງານອັນໃຫຍ່ຫຼວງຂອງສະພາແຫ່ງຊາດຜ່ານແຕ່ລະໄລຍະ, ສືບຕໍ່ປ່ຽນແປງໃໝ່ແບບວິທີ, ຍົກສູງຄຸນນະພາບ, ປະສິດທິຜົນຂອງການເຄື່ອນໄຫວຂອງສະພາແຫ່ງຊາດ ເພື່ອເປົ້າໝາຍອັນສູງສົ່ງ ຮັບໃຊ້ຜົນປະໂຫຍດຂອງປະເທດຊາດ, ເພື່ອຄວາມຜາສຸກຂອງປະຊາຊົນ.”

ກໍໃນຕອນເຊົ້າວັນທີ 31 ມີນາ, ຄະນະປະຈຳສະພາແຫ່ງຊາດ ໄດ້ຍື່ນສະເໜີສະພາແຫ່ງຊາດໃຫ້ພົ້ນຕຳແໜ່ງຮອງປະທານສະພາແຫ່ງຊາດບາງທ່ານ ແລະ ຕອນບ່າຍຂອງວັນດຽວກັນ, ສະພາແຫ່ງຊາດ ຈະໃຫ້ພົ້ນຕຳແໜ່ງຮອງປະທານສະພາແຫ່ງຊາດບາງທ່ານ ດ້ວຍຮູບການປ່ອນບັດລັບ.