ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: AFP/TTXVN) |
ທ່ານປະທານາທິບໍດີ ລັດເຊຍ ໄດ້ຍົກອອກຄໍາຖະແຫຼງດັ່ງກ່າວ ພາຍຫຼັງທີ່ບັນດາເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານ ປະເທດນີ້ຖືວ່າ ບໍ່ຕັ້ງຄວາມຫວັງໂດຍບໍ່ວ່າສິ່ງໃດ ເມື່ອອຳນາດການປົກຄອງຂອງທ່ານ Joe Biden ຂຶ້ນກຳອຳນາດ.
ກ່າວຄຳເຫັນຕໍ່ວົງການສື່ມວນຊົນໃນວັນດຽວກັນ, ໂຄສົກຂອງທ່ານປະທານາທິບໍດີ ລັດເຊຍ Dmitry Peskov ຖະແຫຼງວ່າ ວັງ Kremlin ຖືວ່າ “ບໍ່ມີຫຍັງຕັ້ງໜ້າ” ໃນການພົວພັນກັບ ວໍຊິງຕັນ. ທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Ryabkov ກໍໄດ້ຍົກອອກທັດສະນະຄ້າຍຄືກັນ ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ Interfax.







