ວັນທີ 25 ສິງຫາ, ຢູ່ສຳນັກງານລັດຖະບານ, ກ່າວຄຳເຫັນ ໃນການຕ້ອນຮັບ ທ່ານ ວັນໄຊ ພອງສະຫວັນ ກຳມະການ ກົມການເມືອງ, ປະທານ ຄະນະກວດກາສູນກາງພັກ, ປະທານ ອົງການກວດກາ ແຫ່ງລັດ, ຫົວໜ້າອົງການຕ້ານ ການສໍ້ລາດ ບັງຫລວງສູນກາງ ລາວ, ທີ່ກຳລັງ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມ, ທ່ານ ນາຍົກລັດຖະມົນຕີ ເລມິນຮຶງ ໄດ້ສະເໜີໃຫ້ ສອງຝ່າຍ ສືບຕໍ່ປະຕິບັດບັນດາຂໍ້ຕົກລົງ, ບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມື ທີ່ໄດ້ເຊັນກັນໃຫ້ມີປະສິດທິຜົນ; ເພີ່ມທະວີ ການແລກປ່ຽນ ບົດຮຽນ ກ່ຽວກັບ ວຽກງານ ກວດກາ, ການຕ້ອນຮັບ ພົນລະເມືອງ, ການແກ້ໄຂ ຄຳຮ້ອງທຸກກ່າວໂທດ, ປ້ອງກັນ, ຕ້ານ ການສໍ້ລາດບັງຫຼວງ, ການຟູມເຟືອຍ, ປະກົດການຫຍໍ້ທໍ້; ເອົາໃຈໃສ່ເປັນພິເສດເຖິງ ບຳລຸງກໍ່ສ້າງພະນັກງານ, ແລກປ່ຽນ ວິຊາສະເພາະ ແລະ ແບ່ງປັນ ບົດຮຽນປະສົບການ ກ່ຽວກັບ ການປັບປຸງ ລະບອບລະບຽບການ, ຍົກສູງປະສິດທິຜົນ ວຽກງານ ກວດກາ, ຕິດຕາມກວດກາ.
ສ່ວນທ່ານ ວັນໄຊ ພອງສະຫວັນ ຫວັງຢ່າງຍິ່ງວ່າ ລັດຖະບານ ສອງປະເທດ ຈະສືບຕໍ່ ໃຫ້ຄວາມເອົາໃຈໃສ່ ຊີ້ນຳ, ສ້າງເງື່ອນໄຂສະດວກ ເພື່ອໃຫ້ ບັນດາ ອົງການ ກວດກາ, ຂອງສອງປະເທດ ສືບຕໍ່ ເພີ່ມທະວີ ສາຍພົວພັນ ຮ່ວມມື, ປະສານສົມທົບກັນຜັນຂະຫຍາຍ ບັນດາ ຂໍ້ຕົກລົງ ຮ່ວມມື ທີ່ໄດ້ເຊັນກັນແລ້ວຢ່າງມີປະສິດທິຜົນ, ປະກອບສ່ວນ ເພີ່ມພູນຄູນສ້າງ ເພື່ອໃຫ້ສາຍພົວພັນແບບພິເສດ ຫວຽດນາມ - ລາວ ພັດທະນາຢ່າງບໍ່ຢຸດຢັ້ງ.





